ຂ່າວເດັ່ນ

ການ​ນຳ ສ​ປ​ປ.ເກົາ​ລີ ຕິດ​ຕາມ​ການ​ຝືກ​ຊ້ອມ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ

ການ​ນຳ ສ​ປ​ປ.ເກົາ​ລີ ຕິດ​ຕາມ​ການ​ຝືກ​ຊ້ອມ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ

(VOVWORLD) - ຕາມ KCNA ແລ້ວ, ການຝຶກຊ້ອມເພື່ອແນໃສ່ກວດກາລະດັບຄວາມພ້ອມຕ່າວໂຈມຕີ ແລະ ຄວາມສາມາດສູ້ຮົບຂອງບັນດາກົມກອງຍິງລູກສອນໄຟໄລຍະໄກ.

ວັນທີ 29 ທັນວາ, ສຳນັກຂ່າວສານ ສູນກາງ ສປປ.ເກົາຫຼີ (KCNA) ໄດ້ລົງຂ່າວວ່າຜູ້ນຳ Kim Jong Un ໄດ້ລົງຕິດຕາມກວດກາໂດຍກົງ ການຝືກຊ້ອມຍິງທົດລອງລູກສອນໄຟນຳວິຖີຍຸດທະສາດໄລຍະໄກ, ໂດຍໄດ້ດຳເນີນກ່ອນນັ້ນ 1 ວັນຢູ່ເຂດທະເລທາງທິດຕາເວັນຕົກຂອງ ສປປ.ເກົາຫຼີ. ຕາມ KCNA ແລ້ວ, ການຝຶກຊ້ອມເພື່ອແນໃສ່ກວດກາລະດັບຄວາມພ້ອມຕ່າວໂຈມຕີ ແລະ ຄວາມສາມາດສູ້ຮົບຂອງບັນດາກົມກອງຍິງລູກສອນໄຟໄລຍະໄກ, ພ້ອມທັງຕີລາຄາຄວາມໄວ້ເນື້ອເຊື່ອໃຈຂອງລະບົບອາວຸດຍຸດທະສາດທີ່ກ່ຽວຂ້ອງ. KCNA ໄດ້ຄັດສະເໜີຄຳເວົ້າຂອງ ທ່ານ Kim Jong Un ໂດຍຖືວ່າ ໝາກຜົນຂອງການຝືກຊ້ອມນີ້ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ລະດັບຄວາມພ້ອມສູ້ຮົບຂອງກຳລັງຄວາມສາມາດຕ່າວໂຈມຕີຍຸດທະສາດ. ການນຳ Kim Jong Un ຢັ້ງຢືນວ່າ ພັກແຮງງານ ສປປ.ເກົາຫຼີ ແລະ ລັດຖະບານປະເທດນີ້ຈະສືບຕໍ່ຊຸກຍູ້ພັດທະນາກຳລັງສູ້ຮົບຍຸດທະສາດ ໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.