ຂ່າວເດັ່ນ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ຮາ​ມາດ​ສ ເຫັ​ນ​ດີ​ປ່ອຍ​ຕົວ​ປະ​ກັນ 6 ຄົນ; ອິດ​ສະ​ຣາ​ແອັນ ຍອມ​ຮັບ​ເຈ​ລະ​ຈາ​ໄລ​ຍະ​ທີ 2

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ຮາ​ມາດ​ສ ເຫັ​ນ​ດີ​ປ່ອຍ​ຕົວ​ປະ​ກັນ 6 ຄົນ; ອິດ​ສະ​ຣາ​ແອັນ ຍອມ​ຮັບ​ເຈ​ລະ​ຈາ​ໄລ​ຍະ​ທີ 2

(VOVWORLD) - ການຜັນຂະຫຍາຍຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໃນວັນທີ 18 ກຸມພາ ກໍບັນລຸໄດ້ຄວາມຄືບໜ້າສຳຄັນຕື່ມອີກ, ລວມທັງຄຳໝັ້ນສັນຍາປ່ອຍຕົວປະກັນເພີ່ມເຕີມ ຂອງຂະບວນການ ຮາມາດສ ແລະ ການຕົກລົງຂອງຝ່າຍ ອິດສະຣາແອັນ ກ່ຽວກັບການດຳເນີນການເຈລະຈາໄລຍະທີ 2 ຂອງຂໍ້ຕົກລົງ.

ສະພາບການຫຼັງການປະທະກັນຢູ່ Jabalia, ເຂດ Gaza (ພາບ:THX/TTXVN)

ພາຍຫຼັງຄວາມມານະພະຍາຍາມເປັນກາງໄກເກ່ຍ, ການຜັນຂະຫຍາຍຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໃນວັນທີ 18 ກຸມພາ ກໍບັນລຸໄດ້ຄວາມຄືບໜ້າສຳຄັນຕື່ມອີກ, ລວມທັງຄຳໝັ້ນສັນຍາປ່ອຍຕົວປະກັນເພີ່ມເຕີມ ຂອງຂະບວນການ ຮາມາດສ ແລະ ການຕົກລົງຂອງຝ່າຍ ອິດສະຣາແອັນ ກ່ຽວກັບການດຳເນີນການເຈລະຈາໄລຍະທີ 2 ຂອງຂໍ້ຕົກລົງ.

        ຕອນຄ່ຳວັນທີ 18 ກຸມພາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ກຳລັງ ຮາມາດສ ໄດ້ຍອມຮັບປ່ອຍຕົວເປັນອິດສະຫຼະໃຫ້ແກ່ຕົວປະກັນ 6 ຄົນ ໃນການແລກປ່ຽນນັກໂທດຄັ້ງທີ 7 ໃນໄລຍະທີ 1 ຂອງຂໍ້ຕົກລົງຢຸດຍິງໃນວັນທີ 22 ກຸມພາ ຈະມາເຖິງ. ຂໍ້ຕົກລົງບັນລຸໄດ້ພາຍຫຼັງການເຈລະຈາຢູ່ນະຄອນ ກາຍໂຣ ຂອງ ອີຢິບ. ກ່ອນການແລກປ່ຽນຄັ້ງວັນທີ 22 ກຸມພາ, ວັນທີ 20 ກຸມພາ, ຮາມາດສ ຈະມອບສົ່ງຊາກສົບຂອງຕົວປະກັນ 4 ຄົນ ໃຫ້ແກ່ຝ່າຍ ອິດສະຣາແອັນ.

        ໃນການຜັນແປທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 18 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Gideon Sa’ar ໄດ້ແຈ້ງໃຫ້ຊາບວ່າ ອິດສະຣາແອັນ ຈະເລີ່ມດຳເນີນການເຈລະຈາກ່ຽວກັບໄລຍະຕໍ່ໄປຂອງຂໍ້ຕົກລົງໃນອາທິດນີ້.

ນັກຂ່າວ VOV  ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.