ຂ່າວເດັ່ນ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຮຸນ​ແຮງ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຮຸນ​ແຮງ

(VOVWORLD) - ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.

ເຂດຊຸມຊົນຖືກທຳລາຍຍ້ອນບັ້ນບຸກໂຈມຕີທາງອາກາດຢູ່ ອີຣານ (ພາບ: Majid Asgaripour/WANA via REUTERS.)

ຕອນຄ່ຳວັນທີ 30 ມີນາ, ກຳລັງປ້ອງກັນ ອິດສະລາແອັນ (IDF) ໃຫ້ຮູ້ວ່າກອງທັບອາກາດປະເທດນີ້ໄດ້ປຸກລະດັບບັ້ນບຸກໂຈມຕີຄັ້ງໃໝ່ເລັ່ງໃສ່ບັນດາຕຶກອາຄານຂອງອຳນາດການປົກຄອງຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານ. ກ່ອນໜ້ານັ້ນ, ຕອນເຊົ້າວັນດ່ຽວກັນ, ກອງທັບອາກາດ ອິດສະລາແອັນ ກໍ່ໄດ້ບຸກໂຈມຕີຮາກຖານການຜະລິດອາວຸດ ແລະ ໂຮງງານຜະລິດກົນຈັກເຮືອບິນບໍ່ມີຄົນຂັບຂອງ ອີຣານຢູ່ ເຕເຮຣານ. ຢູ່ພາກກາງອີຣານ, ເຮືອບິນບໍ່ມີຄົນຂັບ ອິດສະລາແອັນ ໄດ້ຖີ້ມລະເບີດລົງໃສ່ສຳນັກງານໃຫຍ່ຂອງບັນດາກຳລັງປະກອບອາວຸດອີຮານ, ໃນນັ້ນມີເຂດປະສົມຂອງກຳລັງທະຫານລາດ Basij ຢູ່ Daghlan ແລະ ປ້ອມຕຳຫຼວດຢູ່ Sanandaj.

ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.

ໃນຂະນະນັ້ນ, ວັນທີ 30 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ວໍຊິງຕັນຈະທຳລາຍບັນດາພື້ນຖານໂຄງລ່າງພະລັງງານ ແລະ ພົນລະເຮືອນຂອງ ອີຣານ ຖ້າຂໍ້ຕົກລົງຢຸດຕິການປະທະກັນບໍ່ບັນລຸໄດ້ໂດຍໄວ, ພ້ອມທັງໃຫ້ຮູ້ວ່າບັນດາການເຈລະຈາກັບເຕເຮຣານ ພວມມີຄວາມຄືບໜ້າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.