ຂ່າວເດັ່ນ

ການ​ປະ​ທະ​ກັນ​ຢູ່​ພາກພື້ນ​ຕາ​ເວັນ​ອອ​ກກາງ ສືບ​ຕໍ່​ເຄັ່ງ​ຕຶງ​ຂຶ້ນ

ການ​ປະ​ທະ​ກັນ​ຢູ່​ພາກພື້ນ​ຕາ​ເວັນ​ອອ​ກກາງ ສືບ​ຕໍ່​ເຄັ່ງ​ຕຶງ​ຂຶ້ນ

(VOVWORLD) - ກຳປັ່ນດຳນ້ຳຂອງອາເມລິກາ ໄດ້ບຸກໂຈມຕີກຳປັ່ນສູ້ຮົບລຳໜຶ່ງຂອງ ອີຣານ ຢູ່ເຂດທະເລສາກົນຢູ່ເຂດນອກຝັ່ງທະເລ ສີລັງກາ, ເຮັດໃຫ້ລູກເຮືອ ເກືອບ 148 ຄົນຫາຍສາບສູນ.

ພາບປະກອບ: Majid Asgaripour/WANA/REUTERS

ການປະທະກັນລະຫວ່າງ ອາເມລິກາ, ອິດສະລາແອັນ ກັບ ອີຣານ ສືບຕໍ່ເຄັ່ງຕຶງຂຶ້ນ ດ້ວຍຫຼາຍການຜັນແປທີ່ສັບສົນ. ເຫດການເປັນໜ້າສົນໃຈທີ່ສຸດໃນວັນທີ 4 ມີນາແມ່ນເລື່ອງທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ປະກາດວ່າ ກຳປັ່ນດຳນ້ຳຂອງອາເມລິກາ ໄດ້ບຸກໂຈມຕີກຳປັ່ນສູ້ຮົບລຳໜຶ່ງຂອງ ອີຣານ ຢູ່ເຂດທະເລສາກົນຢູ່ເຂດນອກຝັ່ງທະເລ ສີລັງກາ, ເຮັດໃຫ້ລູກເຮືອ ເກືອບ 148 ຄົນຫາຍສາບສູນ. ຮອດຕອນເຊົ້າວັນທີ 5 ມີນາ, ມີຂ່າວແຈ້ງໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 87 ຄົນ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ ສີລັງກາ ໄດ້ຢັ້ງຢືນຂໍ້ມູນກ່ຽວກັບເຫດການນີ້ ແລະ ໃຫ້ຮູ້ວ່າ ນີ້ແມ່ນກຳປັ່ນ IRIS Dena ຂອງກອງທັບເຮືອ ອີຣານ ເຊິ່ງພວມເດີນທາງກັບເມືອປະເທດພາຍຫຼັງເຂົ້າຮ່ວມການຊ້ອມຮົບການເດີນເຮືອ Milan ຢູ່ ອິນເດຍ. ແລະກໍ່ໃນວັນດຽວກັນຢູ່ນະຄອນຫຼວງ Tehran ຂອງອີຣານ ແລະ ຢູ່ Jerusalem ໄດ້ຢັ້ງຢືນມີເຫດລະເບີດຫຼາຍຄັ້ງຢ່າງຕໍ່ເນື່ອງ. ຝ່າຍອິດສະລາແອັນ ໃຫ້ຮູ້ວ່າ ບັນດາເປົ້າໝາຍຖືກບຸກໂຈມຕີລວມມີບັນດາອົງການການນຳ  ແລະ ກຳລັງປ້ອງກັນຄວາມສະຫງົບຂອງ ອີຣານ. ໂດຍໂຕ້ຕອບ, ຝ່າຍອີຣານ ໄດ້ຍິງລູກສອນໄຟ ແລະ ວັດຖຸບໍ່ມີຄົນຂັບ ເລັ່ງໃສ່ອິດສະລາແອັນ ແລະ ເປົ້າໝາຍຈຳນວນໜຶ່ງໃນພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.