ຂ່າວເດັ່ນ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ອາ​ເຊັກ​ໄບ​ຊານ, ເຫັນ​ດີເປັນ​ເອ​ກະ​ພາບ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ອາ​ເຊັກ​ໄບ​ຊານ, ເຫັນ​ດີເປັນ​ເອ​ກະ​ພາບ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) - ໂດຍຕອບຮັບຄຳເຊີນຂອງທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມຸນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມທາງລັດຖະກິດຢູ່ ອາເຊັກໄບຊານ ແຕ່ວັນທີ 7 ພຶດສະພາ ຫາວັນທີ 8 ພຶດສະພາ. ຕອນບ່າຍວັນທີ 7 ພຶດສະພາ, ພາຍຫຼັງພິທີຕ້ອນຮັບຢູ່ທຳນຽບປະທານາທິບໍດີ, ທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ ແລະ ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາ.

ທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ  ແລະ ທ່ານ ໂຕເລິມ ເລຂາທິການໃຫຍ່ ຫວຽດນາມ

  ໃນການພົບປະເຈລະຈາ, ທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ  ໃຫ້ຮູ້ວ່າ ອາເຊັກໄບຊານ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນຂົງເຂດ logistic, ທ່າກ່ຳປັ່ນທະເລ, ທາງລົດໄຟ, ທາງອາກາດ, ພະລັງງານທົດແທນ. ທ່ານປະທານາທິບໍດີ ອາເຊັກຊານ  ມີຄວາມປາດຖະໜາຢາກດຶງດູດວິສາຫະກິດ ຫວຽດນາມ ມາດຳເນີນທຸລະກິດ ແລະ ລົງທຶນຢູ່ ອາເຊັກໄບຊານ.

ການພົບປະເຈລະຈາສອງຝ່າຍ

        ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ອາເຊັກໄບຊານ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂຄວາມບໍ່ລົງລອຍກັນ ແລະ ຄວາມແຕກຕ່າງກັນດ້ວຍມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ; ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

ທ່ານປະທານາທິບໍດີ Ilham Aliyev

        ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Ilham Aliyev ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືຫຼາຍສະບັບ ແລະ ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເຊັກໄບຊານ. ຖະແຫຼງການຮ່ວມຊີ້ແຈ້ງວ່າ ຫວຽດນາມ ແລະ ອາເຊັກໄບຊານ ຈະສືບຕໍ່ເຮັດໃຫ້ການຮ່ວມືໃນບັນດາຂົງເຂດເລິກເຊິ່ງຂຶ້ນຕື່ມ.

        ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຮ່ວມພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ ອາເຊັກໄບຊານ ເນັ້ນໜັກວ່າ ບັນດາເອກະສານທີ່ໄດ້ລົງນາມແລ້ວນັ້ນ ໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍລ້ວນແຕ່ມີບັນດາບາດກ້າວເດີນສຳຄັນເພື່ອມຸ່ງໄປເຖິງອະນາຄົດອັນດີງາມກວ່າໃຫ້ແກ່ສອງປະເທດ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດການສຶກສາ, logistic.

ທ່ານເລຂາທິການໃຫຍ່ ໂຕເລິມ 

        ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ເພື່ອປະຕິບັດບັນດາເນື້ອໃນໃນຖະແຫຼງການຮ່ວມ, ນຳການພົວພັນສອງຝ່າຍກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສອງຝ່າຍບັນລຸໄດ້ຄວາມເຫັນດີສູງກ່ຽວກັບ 5 ກຸ່ມມາດຕະການ, ນັ້ນແມ່ນ:

        “ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງໃນທຸກຊ່ອງທາງ ພັກ, ລັດ, ສະພາແຫ່ງຊາດ ແລະ ທ້ອງຖິ່ນ. ຊຸກຍູ້ການພົວພັນລະຫວ່າງພັກຄອມມູນິດ ຫວຽດນາມ ກັບ ພັກ ອາເຊັກໄບຊານ ໃໝ່ກຳອຳນາດ ກໍຄືບັນດາພັກການເມືອງທີ່ມີທີ່ຕັ້ງບົດບາດຢູ່ ອາເຊັກໄບຊານ. ປະຕິບັດບັນດາເອກະສານ, ຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ. ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າຢ່າງແທດຈິງ, ຮອບດ້ານຜ່ານການເພີ່ມທະວີປະສິດທິຜົນຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ຍູ້ແຮງການສົ່ງເສີມດ້ານການຄ້າ, ການລົງທຶນ, ເຊື່ອມຕໍ່ປະຊາຄົມວິສາຫະກິດສອງປະເທດ. ສຸມໃສ່ພັດທະນາການຮ່ວມມືໃນເສົາຄ້ຳພະລັງງານ - ນ້ຳມັນອາຍແກັດ, ຄົ້ນຄວ້າຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ເຊັ່ນ ການຂົນສົ່ງທາງລົດໄຟ, ທາງທະເລ, ກະສິກຳ ແລະ ອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ...”

ວັນຫຽວ

This site is protected by reCAPTCHA and the Google Privacy Policy and Terms of Service apply.