ຂ່າວເດັ່ນ

ການ​ພົບ​ປະ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ

ການ​ພົບ​ປະ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ

(VOVWORLD) - ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ການພົບປະໄດ້ສຸມໃສ່ເຂົ້າສອງຫົວຂໍ້: ວິກິດການຢູ່ຢູແກຼນ ແລະ ແງ່ຫວັງພັດທະນາໃນການຮ່ວມມືຍຸດທະສາດລະຫວ່າງ ລັດເຊຍ ແລະ ອາເມລິກາ.

ພາບປະກອບ: Ria Novosti

ວັນທີ 6 ສິງຫາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ພົບປະກັບທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ. ການພົບປະແກ່ຍາວເປັນເວລາ 3 ຊົ່ວໂມງ ເຊິ່ງໄດ້ຮັບການຕີລາຄາວ່າແມ່ນມີລັກສະນະສ້າງສັນ ແລະ ບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືສອງຝ່າຍ ກໍ່ຄືການປຶກສາຫາລືກ່ຽວກັບມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ ຢູແກຼນ. ທ່ານ Yuri Ushakov  ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ການພົບປະໄດ້ສຸມໃສ່ເຂົ້າສອງຫົວຂໍ້: ວິກິດການຢູ່ຢູແກຼນ ແລະ ແງ່ຫວັງພັດທະນາໃນການຮ່ວມມືຍຸດທະສາດລະຫວ່າງ ລັດເຊຍ ແລະ ອາເມລິກາ. ສ່ວນຝ່າຍລັດເຊຍ ໄດ້ສົ່ງສັນຍານຈຳນວນໜຶ່ງ ໄປຍັງ ອາເມລິກາ ກ່ຽວກັບບັນຫາຢູແກຼນ ແລະ ກໍ່ໄດ້ຮັບສານທີ່ຄ້າຍຄືກັນຈາກທ່ານປະທານາທິບໍດີ ອາເມລິກາ Donald Trump ຜ່ານທ່ານ Steve Witkoff. ຕາມທ່ານ Yuri Ushakov ແລ້ວ, ນີ້ແມ່ນການພົບປະແລກປ່ຽນທີ່ເປັນປະໂຫຍດ ແລະ ນຳມາເຊິ່ງລັກສະນະສ້າງສັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.