ຂ່າວເດັ່ນ

ການ​​ພົວ​ພັນ​ຕ່າງ​ປະ​ເທດ ​ນະ​ຄອນ​ໂຮ່​ຈີ​ມິນ ຕ້ອງ​ໄດ້​ຮັບ​ການ​ຍົກ​ລະ​ດັບ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ສີ​ສັນ​ສະ​ເພາະ

ການ​​ພົວ​ພັນ​ຕ່າງ​ປະ​ເທດ ​ນະ​ຄອນ​ໂຮ່​ຈີ​ມິນ ຕ້ອງ​ໄດ້​ຮັບ​ການ​ຍົກ​ລະ​ດັບ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ສີ​ສັນ​ສະ​ເພາະ

(VOVWORLD) - ພາຍຫຼັງໄລຍະເກືອບ 50 ປິແຫ່ງການພັດທະນາ, ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງການພົວພັນມິດຕະພາບ - ການຮ່ວມມືກັບ 58 ທ້ອງຖິ່ນໃນໂລກ, ແມ່ນສະມາຊິກທີຕັ້ງໜ້າຂອງຫຼາຍອົງການຈັດຕັ້ງສາກົນ.

ກອງປະຊຸມສຳມະນາວິທະຍາສາດ “ນະຄອນໂຮ່ຈີມິນ - 50 ປີແຫ່ງການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ ຫວຽດນາມ” (ພາບ: VOV)

ບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບເສດຖະກິດ, ສັງຄົມຂອງນະຄອນໂຮ່ຈີມິນ ໃນຊຸມວັນຜ່ານມາມີການປະກອບສ່ວນບໍ່ແມ່ນໜ້ອຍ ຂອງວຽກງານການຕ່າງປະເທດ, ນັບແຕ່ການກຳນົດທິດຍຸດທະສາດຕະຫຼອດຮອດບັນດາການເຄື່ອນໄຫວຜັນຂະຫຍາຍລະອຽດ. ນັ້ນແມ່ນການຢັ້ງຢືນຂອງການນຳນະຄອນ ຢູ່ກອງປະຊຸມສຳມະນາວິທະຍາສາດ “ນະຄອນໂຮ່ຈີມິນ - 50 ປີແຫ່ງການຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ ຫວຽດນາມ” ທີ່ໄດ້ດຳເນີນໃນວັນທີ 11 ເມສາ, ຢູ່ນະຄອນ ໂຮ່ຈີມິນ.

ພາຍຫຼັງໄລຍະເກືອບ 50 ປິແຫ່ງການພັດທະນາ, ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງການພົວພັນມິດຕະພາບ - ການຮ່ວມມືກັບ 58 ທ້ອງຖິ່ນໃນໂລກ, ແມ່ນສະມາຊິກທີຕັ້ງໜ້າຂອງຫຼາຍອົງການຈັດຕັ້ງສາກົນ. ການພົວພັນຕ່າງປະເທດໄດ້ກາຍເປັນເສົາຄ້ຳສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນນຳນະຄອນກາຍເປັນສູນພົບປະແລກປ່ຽນສາກົນ, ເຊື່ອມຕໍ່ແຫຼ່ງກຳລັງພູມປັນຍາ, ເຕັກໂນໂລຢີ, ການລົງທຶນ, ວັດທະນະທຳ. ທ່ານປ.ອ ດ່າວມິງຮົ່ງ, ຫົວໜ້າພະແນກການພົວພັນສາກົນ - ມະຫາວິທະຍາໄລເສດຖະກິດ - ການເງິນນະຄອນ ໂຮ່ຈີມິນໃຫ້ຮູ້ວ່າ:

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບໜ້າທີ່ໃຫ້ນະຄອນໂຮ່ຈີມິນ ນັ້ນແມ່ນຕ້ອງກາຍເປັນນະຄອນແຫ່ງເຕັກໂນໂລຢີ, ນະຄອນອັດສະລິຍະ, ນະຄອນພັດທະນາສີຂຽວ ແລະ ພັດທະນາແບບຍືນຍົງ. ປັດຈຸບັນ, ວຽກງານການພົວພັນຕ່າງປະເທດຂອງພວກເຮົາບໍ່ພຽງແຕ່ຕາມບັນດາຊ່ອງທາງຫຼັກແມ່ນການທູດເສດຖະກິດ, ການທູດວັດທະນະທຳ, ການທູດການເມືອງ, ການທູດລັດ ເທົ່ານັ້ນ ຫາກຍັງເປີດກວ້າງອອກສູ່ບັນດາຂົງເຂດໃໝ່ຄືການທູດເຕັກໂນໂລຢີ, ການທູດການພັດທະນາແບບຍືນຍົງ, ການທູດສີຂຽວ, ການທູດການສຶກສາ ອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.