ຂ່າວເດັ່ນ

ການ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ: ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ກ້າວ​ໜ້າ ແລະ ວັດ​ທະ​ນາ​ຖາ​ວອນ

ການ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ: ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ກ້າວ​ໜ້າ ແລະ ວັດ​ທະ​ນາ​ຖາ​ວອນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ ໄດ້ຢັ້ງຢືນວ່າ ຫວຽດນາມ ສະຖານທີ່ນັດພົບທີ່ດຶງດູດບັນດານັກລົງທຶນຕ່າງປະເທດ ມາລົງທຶນ.

 ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ  ກ່າວຄຳເຫັນ ທີ່ພິທີ
(ພາບ: VOV)

ວັນທີ 24 ກຸມພາ, ສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ (IVFA) ໄດ້ຈັດການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ (1955-2025), ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືເພື່ອຄວາມກ້າວໜ້າ ແລະ ວັດທະນາຖາວອນ”. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ ໄດ້ຢັ້ງຢືນວ່າ ຫວຽດນາມ ສະຖານທີ່ນັດພົບທີ່ດຶງດູດບັນດານັກລົງທຶນຕ່າງປະເທດ ມາລົງທຶນ, ໃນນັ້ນມີ ອິນໂດເນເຊຍ:

ການພົວພັນຄູ່ຮ່ວມມືພວມພັດທະນານັບມື້ນັບເຂັ້ມແຂງ ແລະ ມີການເຊື່ອມຕໍ່ຢ່າງແໜ້ນແຟ້ນ. ດ້ວຍພື້ນຖານຢ່າງໝັ້ນແກ່ນຂອງການພົວພັນ ແລະ ບັນດາຄວາມມານະພະຍາຍາມຂຸດຄົ້ນກຳລັງຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍຢ່າງບໍ່ຢຸດຢັ້ງ, ຂ້າພະເຈົ້າເຊື່ອໝັ້ນວ່າ ມີຫຼາຍພື້ນທີ່ຂົງເຂດເພື່ອເພີ່ມທະວີການຮ່ວມມືຂອງສອງຝ່າຍໃຫ້ຫຼາຍກ່ວາອີກບໍ່ພຽງແຕ່ພາຍໃນບັນດາຂົງເຂດທີ່ມີແຕ່ດົນນານແລ້ວເທົ່ານັ້ນ ຫາກຍັງໃນບັນດາຂົງເຂດທີ່ຫາກໍ່ພົ້ນເດັ່ນຂຶ້ນອີກດ້ວຍ.

ບັນດາຜູ້ແທນຖືວ່າ ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຍັງແມ່ນພື້ນຖານຂອງການພົວພັນສອງປະເທດ. ປີກາຍນີ້, ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນ 16 ຕື້ USD, ໃນຂະນະທີ່ບັນດາບ້ວງເງິນລົງທຶນພັດທະນາໂດຍໄວຜ່ານບັນດາໂຄງການຄື: ໂຮງງານ ວັກຊິນ Vaksindo ຂອງກຸ່ມບໍລິສັດ Japfa ທີ່ຫາກໍ່ສ້າງຕັ້ງຢູ່ຫວຽດນາມ ແລະ ລະບົບນິເວດລົດໄຟຟ້າ VinFast ຢູ່ ອິນໂດເນເຊຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.