ຂ່າວເດັ່ນ

ການ​ສົ່ງ​ອອກ​ໝາກ​ພິກ​ໄທ ເກີນລະດັບ 1 ຕື້ USD

ການ​ສົ່ງ​ອອກ​ໝາກ​ພິກ​ໄທ ເກີນລະດັບ 1 ຕື້ USD

(VOVWORLD) - ຕາມສະຫະສະມາຄົມໝາກພິກໄທ ແລະ ເຄື່ອງເທດ ຫວຽດນາມ (VPSA), 8 ເດືອນຂອງປີ 2025, ການສົ່ງອອກໝາກພິກໄທໄດ້ເກີນລະດັບ 1 ຕື້ USD, ສູງທີ່ສຸດເມື່ອທຽບກັບໄລຍະດຽວກັນຂອງ 7 ປີກ່ອນ.


ຕາມນັ້ນແລ້ວ, ໃນເດືອນສິງຫາ, ຫວຽດນາມ ສົ່ງອອກໝາກພິກໄທຊະນິດຕ່າງໆ ເກືອບ 21.500 ໂຕນ,ວົງເງິນການຄ້າບັນລຸເກືອບ 140 ລ້ານ USD. ໄລ່ຮອດທ້າຍເດືອນ ສິງຫາ, ຫວຽດນາມ ສົ່ງອອກໝາກພິກໄທຊະນິດຕ່າງໆ ໄດ້ 166.510 ໂຕນ, ລວມມູນຄ່າກວ່າ 1,12 ຕືິ້ USD.

ອາເມລິກາ ສືບຕໍ່ແມ່ນຕະຫຼາດບໍລິໂພກໝາກພິກໄທຂອງ ຫວຽດນາມ ຫຼາຍທີ່ສຸດ ດ້ວຍປະລິມານບັນລຸ 35.697 ໂຕນ, ກວມເອົາ 21,4% ຍອດວົງເງິນສົ່ງອອກ. ໃນຂະນະນັ້ນ, ຕະຫຼາດ ຈີນ ມີລະດັບການເຕີບໂຕເປັນໜ້າປະທັບໃຈ, ສູງກວ່າເມື່ອທຽບໃສ່ໄລຍະດຽວກັນ 58%, ບັນລຸເກືອບ 13.300 ໂຕນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.