ຂ່າວເດັ່ນ

ການ​ສົ່ງ​ອອກ​ - ນຳ​ເຂົ້າ ປີ 2022 ອາດ​ຈະ​ລື່ນ​ກາຍ​ຕົວ​ເລກ 700 ຕື້ USD

ການ​ສົ່ງ​ອອກ​ - ນຳ​ເຂົ້າ ປີ 2022 ອາດ​ຈະ​ລື່ນ​ກາຍ​ຕົວ​ເລກ 700 ຕື້ USD

(VOVWORLD) - ສະເພາະເດືອນ ສິງຫາ 2022, ວົງເງິນສົ່ງອອກຂອງຫວຽດນາມ ແມ່ນ 3,86 ຕື້ USD, ນຳວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໃນ 8 ເດືອນຜ່ານມາເພີ່ມຂຶ້ນ 5,49 ຕື້ USD.

(ພາບປະກອບ: congthuong.vn)

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ  8 ເດືອນຕົ້ນປີ 2022, ວົງເງິນນຳເຂົ້າ - ສົ່ງອອກສິນຄ້າຂອງທົ່ວປະເທດບັນລຸ 252,6 ຕື້ USD, ເພີ່ມຂຶ້ນກວ່າ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ພິເສດມີຫຼາຍໝວດສິນຄ້າຫຼັກແຫຼ່ງ ແມ່ນຢັ້ງຢືນມີລະດັບການເຕີບໂຕສູງ.

        ສະເພາະເດືອນ ສິງຫາ 2022, ວົງເງິນສົ່ງອອກຂອງຫວຽດນາມ ແມ່ນ 3,86 ຕື້ USD, ນຳວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໃນ 8 ເດືອນຜ່ານມາເພີ່ມຂຶ້ນ 5,49 ຕື້ USD. ຕາມການຄາດຄະເນຂອງກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ດ້ວຍລະດັບການເຕີບໂຕທີ່ໜ້າປະທັບໃຈໃນໄລຍະຜ່ານມາ, ວົງການສົ່ງອອກ, ນຳເຂົ້າສິນຄ້າຂອງທັງປີ 2022 ອາດຈະບັນລຸລືນກາຍ 700 ຕື້ USD.

This site is protected by reCAPTCHA and the Google Privacy Policy and Terms of Service apply.