ຂ່າວເດັ່ນ

ການ​ຮ່ວມ​ມືດ້ານ​ເສດ​ຖ​ະ​ກິດ ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ແຟງ​ລັງ

ການ​ຮ່ວມ​ມືດ້ານ​ເສດ​ຖ​ະ​ກິດ ແມ່ນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ແຟງ​ລັງ

(VOVWORLD) - ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ຕອນບ່າຍວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ ແລະ ເປັນປະທານງານພົບປະກັບວິສາຫະກິດດີເດັ່ນຂອງ ແຟງລັງ.

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການພົບປະກັບວິສາຫະກິດດີເດັ່ນ ແຟງລັງ 

ທີ່ການພົບປະ, ຜູ້ແທນບັນດາວິສາຫະກິດແຖວໜ້າຂອງ ແຟງລັງ ໄດ້ແບ່ງປັນກ່ຽວກັບຫຼາຍຄວາມແນວຄິດທີ່ມີຫົວຄິດປະດິດສ້າງ, ບັນດາບົດຮຽນປະສົບການ ແລະ ກຳນົດທິດທາງການຮ່ວມມືລະຫວ່າງ 2 ປະເທດ. ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າຊົມເຊີຍ ແລະ ສົ່ງເສີມບັນດາວິສາຫະກິດ ແຟງລັງ ລົງທຶນຍາວນານ, ຍືນຍົງ, ຖ່າຍທອດເຕັກໂນໂລຢີກ້າວໜ້າ ແລະ ການຮ່ວມມືຄົ້ນຄວ້າພັດທະນາ, ເຂົ້າຮ່ວມລະບົບນິເວດປະດິດຄິດສ້າງ ຫວຽດນາມ. ໃນນັ້ນ, ຫວຽດນາມ ໃຫ້ບຸລິມະສິດບາງຂົງເຂດກ່ຽວກັບວິທະຍາສາດເຕັກໂນໂລຢີນະວັດຕະກຳ, ຫັນເປັນດີຈີຕອນ, ສຸມໃສ່ການພັດທະນາບັນດາຂະແໜງອຸດສາຫະກຳພື້ນຖານອຸດສາຫະກຳປາຍແຫຼມ, ອຸດສາຫະກຳທີ່ຫາກໍ່ພົ້ນເດັ່ນ. ພື້ນຖານໂຄງລ່າງພະລັງງານ, ຄົມມະນາຄົມ, ກໍ່ສ້າງຜັນຂະຫຍາຍອຸດສາຫະກຳໝູນໃຊ້ພະລັງງານປະລະມານູ, ພະລັງງານສີຂຽວ, ພະລັງງານສະອາດ, ຮ່ວງອາວະກາດ, ກວານຕຸມ, ເສດຖະກິດທະເລ, ພັດທະນາການບໍລິການ logistic, ເສດຖະກິດທະເລຫຼາຍຂະແໜງຕິດພັນກັບການສ້າງບັນດາສູນເສດຖະກິດທະເລ, ພັດທະນາຖັນແຖວກ່ຳປັ່ນຂົນສົ່ງທາງທະເລທີ່ເຂົ້າຮ່ວມບັນດາລະບົບສະໜອງການບໍລິການຂົນສົ່ງຢ່າງເລິກເຊິ່ງ, ສ້າງບັນດາທ່າກ່ຳປັ່ນອັດສະລິຍະ.”

        ຕອນບ່າຍຂອງວັນດຽວກັນ, ຢູ່ Helsinki, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເອີຣົບເໜືອ (ແຟງລັງ, ແດນມາກ, ຊູແອັດ, ນອກແວ). ປັດຈຸບັນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ແຟງລັງ ມີປະມານ 16.000 ຄົນ.

ວັນຫຽວ

        

This site is protected by reCAPTCHA and the Google Privacy Policy and Terms of Service apply.