ຂ່າວເດັ່ນ

ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ​ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ຢ່າງ​ແຮງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ​ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ຢ່າງ​ແຮງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ, ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Ishiba Shigeru.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກ໋ວາງຫ້ຽວ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກ໋ວາງຫ້ຽວ ໄດ້ຢັ້ງຢືນວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນຈະສ້າງກຳລັງໜູນໃໝ່ຢ່າງແຮງໃຫ້ແກ່ການພົວພັນສອງຝ່າຍ ເມື່ອຕອບສຳພາດຕໍ່ນັກຂ່ວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຍີ່ປຸ່ນເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 27 – 29 ເມສາ 2025.

ຕາມທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ, ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Ishiba Shigeru, ພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ ແລະ ໃນໂລກ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ສອງຝ່າຍຕີລາຄາຄືນວິວັດການຮ່ວມມືໃນໄລຍະຜ່ານມາເທົ່ານັ້ນ ຫາກຍັງສຳຄັນກ່ວາອີກແມ່ນສອງຝ່າຍຈະແລກປ່ຽນຢ່າງເລິກເຊິ່ງ, ແທດຈິງເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່ໃນສັງກາດໃໝ່. ທ່ານເອກອັກຄະລັດຖະທູດ ຟ້າມກວາງຫ້ຽວ ໃຫ້ຮູ້ວ່າ:

ຂ້າພະເຈົ້າຫວັງວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Ishiba Shigeru ຈະສ້າງກຳລັງໜູນໃໝ່ຢ່າງແຮງໃຫ້ແກ່ການພົວພັນສອງຝ່າຍ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາອີກ, ການພົວພັນທີ່ສະໜິດຕິດພັນລະຫວ່າງການນຳຂັ້ນສູງສອງປະເທດ, ເປັນເອກະພາບຕໍ່ບັນດາການກຳນົດທິດໃຫຍ່ທີ່ມີລັກສະນະຍຸດທະສາດຍາວນານໃນການພັດທະນາການພົວພັນສອງປະເທດໃນສັງກາດໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.