ຂ່າວເດັ່ນ

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ ອັງ​ກິດ

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ ອັງ​ກິດ

(VOVWORLD) - ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນ ຫວຽດນາມ ມີກິດຈະກຳສຳຄັນກ່ວາ 20 ຢ່າງ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ມີລັກສະນະປະສິດທິຜົນ, ແທ້ຈິງ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ  ເລຮ່ວາຍຈຸງ (ພາບ: ກະຊວງການຕ່າງປະເທດ)

ທ່ານເລຂາທິການໃຫຍ່ ໂຕເລິມ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດ ຫວຽດນາມ ຫາກໍ່ສິ້ນສຸດການເດີນທາງໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 30 ຕຸລາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer. ໂດຍຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນ, ຄວາມໝາຍຂອງການຢ້ຽມຢາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ  ເລຮ່ວາຍຈຸງ ໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນ ຫວຽດນາມ ມີກິດຈະກຳສຳຄັນກ່ວາ 20 ຢ່າງ ແລະ ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ມີລັກສະນະປະສິດທິຜົນ, ແທ້ຈິງ.ໃນນັ້ນຂີດໝາຍພົ້ນເດັ່ນຂອງການຢ້ຽມຢາມແມ່ນເລື່ອງ ຫວຽດນາມ ແລະ ອັງກິດເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ລະດັບການພົວພັນສູງທີ່ສຸດໃນລະບົບບັນດາຂອບເຂດຄູ່ຮ່ວມມືຂອງ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.