ຂ່າວເດັ່ນ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ ເປີດ​ໄລ​ຍະ​ການຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ແຮງ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ ເປີດ​ໄລ​ຍະ​ການຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ແຮງ

(VOVWORLD) - ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານາທິບໍດີ ບຣາຊິນ Lula da Silva ໄດ້ສະແດງໃຫ້ເຫັນການພັດທະນາຢ່າງຕໍ່ເນື່ອງໃນການພົວພັນລະຫວ່າງສອງປະເທດ, ກໍຄືຄຳໝັ້ນສັນຍາຂອງທັງສອງຝ່າຍໃນການເປັນເອກະພາບບັນດາມາດຕະການແນໃສ່ຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ ຢ່າງມີປະສິດທິຜົນ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸ່ຍວັນງິ (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບຣາຊິນ ບຸ່ຍວັນງິ ເນັ້ນໜັກສິ່ງດັ່ງກ່າວ ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ບຣາຊິນ Luiz Inacio Lala da Silva ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (27 – 29 ມີນາ) ວ່າ ທ່ານປະທານາທິບໍດີ Lula da Silva ຈະຊຸກຍູ້ບັນດາສາຍພົວພັນຮ່ວມມືທີ່ແທດຈິງໃນທຸກຂົງເຂດ, ເຊັ່ນ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ - ນະວັດຕະກຳ, ວັດທະນະທຳ - ສັງຄົມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, 2 ປະເທດສຸມໃສ່ແລກປ່ຽນການກຳນົດທິດການຮ່ວມມືໃນບັນດາຂົງເຂດທີ່ມີຄວາມໝາຍ, ມີຄວາມສາມາດບົ່ມຊ້ອນໃຫຍ່ ເຊັ່ນ: ພະລັງງານທົດແທນ, ອຸດສາຫະກຳປຸງແຕ່ງ, ກະສິກຳເຕັກໂນໂລຢີສູງ, ເຊື້ອເພີງຊີວະພາບ, ການສຶກສາບຳລຸງສ້າງ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສອງຝ່າຍຈະປຶກສາຫາລື, ວາງອອກບັນດາມາດຕະການລະອຽດ ແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ເປີດກວ້າງຕະຫຼາດ ແລະ ເພີ່ມທະວີການລົງທຶນລະຫວ່າງສອງປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.