ຂ່າວເດັ່ນ

ການາດາ: ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດອຸບັດຕິເຫດໃນເຫດລົດໂອໂຕຢູ່ Vancouver

ການາດາ: ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດອຸບັດຕິເຫດໃນເຫດລົດໂອໂຕຢູ່ Vancouver

(VOVWORLD) - ລາຍຊື່ຂອງຜູ້ປະສົບເຄາະຮ້າຍຍັງບໍ່ທັນໄດ້ປະກາດເທື່ອ.

ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດໃນເຫດລົດໂອໂຕຕຳໃສ່ກຸ່ມຄົນ
(ພາບ: REUTERS/TTXVN)

        ຢ່າງໜ້ອຍສຸດມີ 11 ຄົນເສຍຊີວິດໃນເຫດລົດໂອໂຕຕຳໃສ່ກຸ່ມຄົນຈຳນວນຫຼາຍຢູ່ນະຄອນ Vancouver, ປະເທດ ການາດາ ໃນຕອນຄ່ຳວັນທີ 26 ເມສາ (ຕາມເວລາທ້ອງຖິ່ນ). ລາຍຊື່ຂອງຜູ້ປະສົບເຄາະຮ້າຍຍັງບໍ່ທັນໄດ້ປະກາດເທື່ອ. ຕາມການຕີລາຄາຂອງຕຳຫຼວດແລ້ວ, ມາຮອດຈຸດເວລານີ້, ເຫດການດັ່ງກ່າວບໍ່ແມ່ນການກະທຳກໍ່ການຮ້າຍ, ແລະ ເປົ້າໝາຍຖືກຈັບຕົວ, ນັ້ນແມ່ນຊາຍຜູ້ໜຶ່ງຢູ່ທ້ອງຖິ່ນ, ອາຍຸ 30 ປີ, ແມ່ນ “ຜູ້ຖືກສົງໄສປະຕິບັດຄົນດຽວ”.

        ເຫດການເກີດຂຶ້ນເມື່ອປະຊາຄົມຊາວ ຟີລິບປິນ ປະຈຳນະຄອນ Vancouver, ພວມເຂົ້າຮ່ວມເຫດການມີຊື່ວ່າ “ວັນ Lapu Lapu”, ເຊິ່ງແມ່ນໜຶ່ງໃນບັນດາວັນພັກພິເສດຂອງ ຟີລິບປິນ.

        ໃນສື່ສັງຄົມ X, ທ່ານນາຍົກລັດຖະມົນຕີ ການາດາ Mark Carney ສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການທີ່ເກີດຂຶ້ນໃນງານບຸນ Lapu Lapu ຢູ່ Vancouver. ສະຖານກົງສູນ ຟີລິບປິນ ປະຈຳ Vancouver ກໍ່ “ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ” ຕໍ່ເຫດການຮ້າຍແຮງດັ່ງກ່າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.