ຂ່າວເດັ່ນ

ການເຈລະຈາສັນຍາ RCEP ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ຫວຽດນາມ

ການເຈລະຈາສັນຍາ RCEP ຄັ້ງຕໍ່ໄປ ຈະຈັດຂຶ້ນຢູ່ຫວຽດນາມ

(VOVWORLD) - ນັບແຕ່ວັນທີ 19 – 27 ກັນຍາ 2019, ຫວຽດນາມ ຈະເປັນປະທາດເຈົ້າພາບຈັດຕັ້ງ ກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28 ຢູ່ ນະຄອນ ດ່າໜັງ.

ທ່ານ ຈຸຣິນ ລັກສະນະວິຊີດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ໄທ  (ພາບ: Thai PBS World)

  ວັນທີ 10 ກັນຍາ, ກ່າວຄໍາເຫັນທີ່ພິທີປິດກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຄັ້ງທີ 51 ເຊິ່ງຈັດຂຶ້ນຢູ່ບາງກອກ, ປະເທດໄທ, ທ່ານ ຈຸຣິນ ລັກສະນະວິຊີດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າ ໄທ ສະແດງຄວາມເຊື່ອໝັ້ນວ່າ ບັນດາຄວາມບໍ່ລົງລອຍກັນກ່ຽວກັບການເປີດປະຕູຕະຫຼາດສໍາລັບສິນຄ້າ, ການບໍລິການ, ການລົງທຶນ ຈາກພາຍນອກ ອາຊຽນ ນັ້ນ ຈະໄດ້ຮັບການແກ້ໄຂ ແລະ ສໍາເລັດການເຈລະຈາສັນຍາວ່າດ້ວຍຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2019. ທ່ານ ຈຸຣິນ ລັກສະນະວິຊີດ ໃຫ້ຮູ້ວ່າ ໃນກອງປະຊຸມລະຫວ່າງ ອາຊຽນ - ອິນເດຍ, ອິນເດຍ ໄດ້ຢັ້ງຢືນຄໍາໝັ້ນສັນຍາວ່າ ພ້ອມແລ້ວທີ່ຈະສໍາເລັດການເຈລະຈາສັນຍາ RCEP ໃນປີ 2019.

        ນັບແຕ່ວັນທີ 19 – 27 ກັນຍາ 2019, ຫວຽດນາມ ຈະເປັນປະທາດເຈົ້າພາບຈັດຕັ້ງ ກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28 ຢູ່ ນະຄອນ ດ່າໜັງ. ນີ້ໄດ້ຮັບຖືວ່າ ແມ່ນການເຈລະຈາວາລະສຸດທ້າຍ ກ່ອນທີ່ຈະດໍາເນີນກອງປະຊຸມສຸດຍອດ ອາຊຽນ ໃນທ້າຍປີ 2019 ນີ້.


This site is protected by reCAPTCHA and the Google Privacy Policy and Terms of Service apply.