ຂ່າວເດັ່ນ

ການເຕີບໂຕ GDP 6 ເດືອນມີຄວາມສາມາດເພີ່ມຂຶ້ນສູງກວ່າການຄາດຄະເນແຕ່ 0,2 – 0,3%

ການເຕີບໂຕ GDP 6 ເດືອນມີຄວາມສາມາດເພີ່ມຂຶ້ນສູງກວ່າການຄາດຄະເນແຕ່ 0,2 – 0,3%

(VOVWORLD) - ຕາມການຄາດຄະເນທ້າຍເດືອນ ພຶດສະພາ, ການເຕີບໂຕ GDP ໃນໄຕມາດທີ 2 ຄາດວ່າບັນລຸ 7,67% ເມື່ອທຽບໃສ່ໄລຍະດຽວກັນ

ຕອນບ່າຍວັນທີ 03 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເຈິ່ນວັນເຊີນ ໄດ້ເປັນປະທານ ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ມິຖຸນາ ຂອງລັດຖະບານ.

ທ່ານລັດຖະມົນຕີໃຫ້ຮູ້ວ່າ, ຕາມການຄາດຄະເນທ້າຍເດືອນ ພຶດສະພາ, ການເຕີບໂຕ GDP ໃນໄຕມາດທີ 2 ຄາດວ່າບັນລຸ 7,67% ເມື່ອທຽບໃສ່ໄລຍະດຽວກັນ; 6 ເດືອນຕົ້ນປີບັນລຸ 7,31%. ເຖິງຢ່າງໃດກໍ່ຕາມ, ຖ້າອັບເດດຕົວເລກຮອດວັນທີ 30 ມິຖຸນາ, ລະດັບເຕີບໂຕ GDP ໃນ 6 ເດືອນອາດຈະສູງກວ່າ 0,2 – 0,3% ເມື່ອທຽບໃສ່ການຄາດຄະເນ.

ເມື່ອແຈ້ງກ່ຽວກັບໝາກຜົນການຜັນຂະຫຍາຍລະບຽບການບໍລິຫານຮັບໃຊ້ປະຊາຊົນ ແລະ ວິສາຫະກິດ ພາຍຫຼັງເຄື່ອນໄຫວອຳນາດການປົກຄອງ 2 ຂັ້ນ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ນາງ ຫງວຽນທິຮ່າ, ໃຫ້ຮູ້ວ່າ:

“ຈຳນວນລະບຽບການບໍລິຫານທັງໝົດພາຍຫຼັງການຈັດແບ່ງຂັ້ນ, ຈັດແບ່ງສິດ, ສິດອຳນາດຂັ້ນແຂວງແມ່ນ 1.261 ລະບຽບການບໍລິຫານ, ຂັ້ນຕາແສງ 463 ລະບຽບການບໍລິຫານ ແລະ ຍົກເລີກ 74 ລະບຽບການບໍລິຫານ. ໂດຍພື້ນຖານ ບັນດາລະບຽບການບໍລິຫານຮັບໃຊ້ປະຊາຊົນ ແລະ ວິສາຫະກິດໄດ້ປະກາດແຕ່ໄວ, ກຳນົດຢ່າງຈະແຈ້ງ, ລະອຽດ ແລະ ໄດ້ເຄື່ອນໄຫວໃນທັນທີ, ໄດ້ລຸລ່ວງໂດຍພື້ນຖານ ເມື່ອໄດ້ນຳເຂົ້າໃຊ້ການຢ່າງເປັນທາງການແຕ່ວັນທີ 01 ກໍລະກົດ 2025”.

This site is protected by reCAPTCHA and the Google Privacy Policy and Terms of Service apply.