ຂ່າວເດັ່ນ

ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢູ່ ສະວິດ

ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢູ່ ສະວິດ

(VOVWORLD) - ປະຈຸບັນ, ພັກ, ລັດ ມີແຜນນະໂຍບາຍປະກາດໃຊ້ບັນດາກົນໄກສະເພາະໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຜູ້ທີ່ມີລະດັບຄວາມຮູ້ສູງ ກັບເມືອ ຫວຽດນາມ ເຮັດວຽກ ແລະ ດຳລົງຊີວິດ.

(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)

ຕອນບ່າຍວັນທີ 27 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ແລະ ພັນລະຍາທ່ານນາງ ຫງວຽນທິແທັງງາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽນາມ ໄດ້ເດີນທາງໄປຮອດນະຄອນ Geneva, ປະເທດ ສະວິດ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6 ແລະ ຈະມີບົດກ່າວປາໄສທີ່ວາລະປຶກສາຫາລືລວມ, ດ້ວຍຫົວຂໍ້ “ໂລກພວມເກີດຄວາມວຸ້ນວາຍ: ການຮ່ວມມືລັດຖະສະພາ ແລະ ລັດທິຫຼາຍຝ່າຍເພື່ອສັນຕິພາບ, ຍຸຕິທຳ ແລະ ວັດທະນາຖາວອນໃຫ້ປະຊາຊົນໝົດທຸກຄົນ”; ທ່ານກໍ່ຈະດຳເນີນບັນດາການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ ແຕ່ວັນທີ 27 – 30 ກໍລະກົດ. ຕອນບ່າຍວັນດຽວກັນ, ທີ່ການພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຊີ້ແຈ້ງວ່າ:

“ປະຈຸບັນ, ພັກ, ລັດ ມີແຜນນະໂຍບາຍປະກາດໃຊ້ບັນດາກົນໄກສະເພາະໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຜູ້ທີ່ມີລະດັບຄວາມຮູ້ສູງ ກັບເມືອ ຫວຽດນາມ ເຮັດວຽກ ແລະ ດຳລົງຊີວິດ. ແລ້ວມີກົນໄກພິເສດກ່ຽວກັບການເຂົ້າຖືກສັນຊາດ, ກຳມະສິດເຮືອນຢູ່, ມີລາຍຮັບ ແລະ ສະພາບແວດລ້ອມແຫ່ງການເຮັດວຽກ,  ດຶງດູດ, ຖືບັນດານັກວິທະຍາສາດແຖວໜ້າຂະແໜງເປັນສຳຄັນ. ປະຈຸບັນ, ບັນດາກົນໄກ, ນະໂຍບາຍໄດ້ເປີດອອກລຸລ່ວງ, ໂປ່ງໃສແລ້ວ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.