ຂ່າວເດັ່ນ

ການເລືອກຕັ້ງ 2026 ສ່ອງແສງກຳລັງການຄຸ້ມຄອງບໍລິຫານ ແລະ ການເຕີບໃຫຍ່ຂອງ ຫວຽດນາມ

ການເລືອກຕັ້ງ 2026 ສ່ອງແສງກຳລັງການຄຸ້ມຄອງບໍລິຫານ ແລະ ການເຕີບໃຫຍ່ຂອງ ຫວຽດນາມ

(VOVWORLD) - ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ໄດ້ໂດດເດັ່ນຂຶ້ນຄືດັ່ງບັນດາເລື່ອງລາວທີ່ບັນລຸຜົນສຳເລັດທີ່ໜ້າສົນໃຈຂອງ ອາຊີ.

ທ່ານ Rizvie Salih, ຮອງປະທານສະພາແຫ່ງຊາດ ສີລັງກາ
(ພາບ: VOV-New Delhi)

        “ການເລືອກຕັ້ງ 2026 ສ່ອງແສງກຳລັງການຄຸ້ມຄອງ ແລະ ເຕີບໃຫຍ່ຂອງ ຫວຽດນາມ”. ທ່ານ Rizvie Salih, ຮອງປະທານສະພາແຫ່ງຊາດ ສີລັງກາ ເນັ້ນໜັກຄືແນວນັ້ນ ໃນບົດຂຽນສະຫງວນສະເພາະໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດຈັດເຫດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຂອງ ຫວຽດນາມ ທີ່ຈັດຂຶ້ນໃນວັນອາທິດ, ທີ 15 ມີນາ. ທ່ານຮອງປະທານສະພາແຫ່ງຊາດ Rizvie Salih ຖືວ່າ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງອົງການນິຕິບັນຍັດຄັ້ງຈະມາເຖິງຢູ່ ຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ ແລະ ມີການສົມທົບກັນຢ່າງແໜ້ນແຟ້ນ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ຈະປະກອບສ່ວນຮັບປະກັນໃຫ້ການເລືອກຕັ້ງໄດ້ຈັດຂຶ້ນຢ່າງສະດວກ, ມີປະສິດທິຜົນ, ພ້ອມກັນນັ້ນ ກໍ່ເປັນການສ່ອງແສງກຳລັງການຄຸ້ມຄອງບໍລິຫານ ແລະ ການເຕີບໃຫຍ່ດ້ານການເມືອງຂອງປະເທດຊາດ.

        ທ່ານເນັ້ນໜັກວ່າ ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ໄດ້ໂດດເດັ່ນຂຶ້ນຄືດັ່ງບັນດາເລື່ອງລາວທີ່ບັນລຸຜົນສຳເລັດທີ່ໜ້າສົນໃຈຂອງ ອາຊີ. ບັນດາຜົນງານນັ້ນສ່ອງແສງຄຳໝັ້ນສັນຍາຂອງການນຳ ແລະ ປະຊາຊົນ ຫວຽດນາມ ຕໍ່ເປົ້າໝາຍພັດທະນາປະເທດຊາດ ແລະ ຄວາມກ້າວໜ້າໃນສັງຄົມຢ່າງແຮງ. ໃນສະພາບການນັ້ນ, ການເລືອກຕັ້ງອົງການນິຕິບັນຍັດຄັ້ງທີ່ຈະມາເຖິງ ຈະແມ່ນບາດກ້າວສຳຄັນຕໍ່ໄປ ເພື່ອປັບປຸງບັນດາໝາກຜົນທີ່ບັນລຸໄດ້, ພ້ອມກັນນັ້ນ ກໍ່ກະກຽມໃຫ້ບັນດາຄວາມຄາດຫວັງພັດທະນາໃນອະນາຄົດ. ທ່ານ Rizvie Salih ເຊື່ອໝັ້ນວ່າ ການເລືອກຕັ້ງຈະໄດ້ຈັດຂຶ້ນບັນລຸຢ່າງສຳເລັດຜົນ ກໍຄືເຊື່ອໝັ້ນຕໍ່ແງ່ຫວັງສືບຕໍ່ພັດທະນາຂອງ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.