ຂ່າວເດັ່ນ

ການຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ

ການຝຶກຊ້ອມໃຫຍ່ A80 ເທື່ອທີ 2 ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ

(VOVWORLD) - ການຝຶກຊ້ອມໃຫຍ່ເທື່ອທີ 2 ດ້ວຍການເຂົ້າຮ່ວມຂອງທະຫານກວ່າ 16.300 ຄົນ. ພິເສດ, ການເຂົ້າຮ່ວມຂອງກອງທັບບັນດາປະເທດ ລັດເຊຍ, ລາວ ແລະ ກຳປູເຈຍ ກໍ່ໄດ້ປະກອບສ່ວນສະແດງໃຫ້ເຫັນແນວທາງການຕ່າງປະເທດປ້ອງກັນຊາດຂອງ ຫວຽດນາມ ຢ່າງມີຊີວິດຊີວາ

(ການຝຶກຊ້ອມໃຫຍ່ເທື່ອທີ 2 ດ້ວຍການເຂົ້າຮ່ວມຂອງທະຫານກວ່າ 16.300 ຄົນ)

        ຕອນຄ່ຳວັນທີ 24 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ, ທີ່ນະຄອນຫຼວງ ຮ່າໂນ້ຍ, ອານຸກຳມະການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໄດ້ຈັດການຝຶກຊ້ອມກຳລັງປະກອບອາວຸດເຂົ້າຮ່ວມການເດີນຂະບວນສວນສະໜາມສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ 80 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), (ເອີ້ນຫຍໍ້ວ່າ A80).

        ການຝຶກຊ້ອມໃຫຍ່ເທື່ອທີ 2 ດ້ວຍການເຂົ້າຮ່ວມຂອງທະຫານກວ່າ 16.300 ຄົນ. ພິເສດ, ການເຂົ້າຮ່ວມຂອງກອງທັບບັນດາປະເທດ ລັດເຊຍ, ລາວ ແລະ ກຳປູເຈຍ ກໍ່ໄດ້ປະກອບສ່ວນສະແດງໃຫ້ເຫັນແນວທາງການຕ່າງປະເທດປ້ອງກັນຊາດຂອງ ຫວຽດນາມ ຢ່າງມີຊີວິດຊີວາ.

        ການຝຶກຊ້ອມໄດ້ດຶງດູດຄວາມສົນໃຈຂອງປະຊາຊົນນະຄອນຫຼວງ ຮ່າໂນ້ຍ ແລະ ແຂກທ່ອງທ່ຽວເປັນພິເສດ.

        “ນີ້ແມ່ນການເດີນຂະບວນສວນສະໜາມເທື່ອທີ 2 ແລະ ກໍ່ເປັນເທື່ອທີ 2 ທີ່ນ້ອງມາຊົມ, ນ້ອງໄປແຕ່ເຊົ້າໆເພື່ອມີບ່ອນນັ່ງນີ້, ນ້ອງຮູ້ສຶກຕື້ນຕັນໃຈຫຼາຍ, ບັນດາກອງກຳລັງເດີນຂະບວນສວນສະໜາມ, ກອງລົດຖັງງາມເຄັ່ງຂຶມທີ່ສຸດ”.

        “ນ້ອງມາແຫ່ງນີ້ກໍ່ເຫັນວ່າບັນຍາກາດສະຫງ່າອົງອາດ, ບັນດາກ້ອນກຳລັງເດີນສວນສະໜາມງາມທີ່ສຸດ, ນ້ອງຢາກເບິ່ງເປັນຫຼາຍຄັ້ງອີກ, ໂດຍສະເພາະແມ່ນໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ”.

        ຕາມແຜນການ, ການຝຶກຊ້ອມເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງຈະສືບຕໍ່ຈັດຂຶ້ນຢູ່ສະໜາງຫຼວງ ບາດິ່ງ ໃນເວລາ 20 ໂມງ, ວັນທີ 27 ສິງຫາ ແລະ ການຝຶກແອບຄັ້ງໃຫຍ່ເທື່ອສຸດທ້າຍຈະຈັດຂຶ້ນໃນເວລາ 6 ໂມງ 30 ນາທີຂອງວັນທີ 30 ສິງຫາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.