ຂ່າວເດັ່ນ

ການຄຸ້ມຄອງບໍລິຫານພາກລັດຮັກສາທີ່ຕັ້ງສຳຄັນໃນວິວັດການພັດທະນາປະເທດຊາດ

ການຄຸ້ມຄອງບໍລິຫານພາກລັດຮັກສາທີ່ຕັ້ງສຳຄັນໃນວິວັດການພັດທະນາປະເທດຊາດ

(VOVWORLD) - ຕອນເຊົ້າວັນທີ 28 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນບໍລິຫານ ແລະ ຄຸ້ມຄອງພາກລັດ.

(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ, ທີ່ການເຮັດວຽກ)

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ 70 ປີຜ່ານມານັບແຕ່ວັນສ້າງຕັ້ງ, ສະຖາບັນຍາມໃດກໍ່ແມ່ນກຳລັງແກ່ນສານໃນການບຳລຸງສ້າງພະນັກງານ, ລັດຖະກອນ, ດ້ວຍຂີດໝາຍພົ້ນເດັ່ນຫຼາຍຢ່າງ, ຮັກສາທີ່ຕັ້ງສຳຄັນໃນວິວັດການພັດທະນາປະເທດຊາດ. ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ:

        “ຕ້ອງສ້າງລະບົບຊີວະພາບການສຶກສາ, ບຳລຸງສ້າງ, ຄົ້ນຄວ້າວິທະຍາສາດຢ່າງຮອບດ້ານ ແລະ ກວມລວມກ່ຽວກັບການບໍລິຫານ ແລະ ຄຸ້ມຄອງພາກລັດໃນສັງກາດໃໝ່; ປ່ຽນແປງໃໝ່ການສຶກສາ, ບຳລຸງສ້າງ, ການຄົ້ນຄວ້າວິທະຍາສາດຢ່າງແຮງ ໂດຍອີງໃສ່ບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ; ພັດທະນາສະຖາບັນ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ”.

        ທ່ານນາຍົກລັດຖະມົນຕີສະເໜີສະຖາບັນນຳໜ້າໃນການຫັນບັນດາມະຕິຂອງພັກໃຫ້ປະກົດຜົນເປັນຈິງ; ປ່ຽນແປງໃໝ່ວິທີການສິດສອນ, ຍົກສູງຄຸນນະພາບການຄົ້ນຄວ້າ; ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີ…

This site is protected by reCAPTCHA and the Google Privacy Policy and Terms of Service apply.