ຂ່າວເດັ່ນ

ການນຳ ຈີນ ແລະ ລັດເຊຍ ໂອ້ລົມທາງໂທລະສັບກ່ຽວກັບການປະທະກັນ ອິດສະຣາແອັນ - ອີຣານ

ການນຳ ຈີນ ແລະ ລັດເຊຍ ໂອ້ລົມທາງໂທລະສັບກ່ຽວກັບການປະທະກັນ ອິດສະຣາແອັນ - ອີຣານ

(VOVWORLD) - ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຍົກອອກ 4 ຂໍ້ສະເໜີເພື່ອແກ້ໄຂສະພາບການປະທະກັນໃນປະຈຸບັນ

        ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບໃນຕອນບ່າຍວັນທີ 19 ມິຖຸນາ, ຈຸດສຸມແມ່ນປຶກສາຫາລືກ່ຽວກັບການປະທະກັນທີ່ເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ອີຣານ.

        ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຍົກອອກ 4 ຂໍ້ສະເໜີເພື່ອແກ້ໄຂສະພາບການປະທະກັນໃນປະຈຸບັນ, ລວມມີ: ຊຸກຍູ້ການຢຸດຍິງ ແລະ ຢຸດຕິການປະທະກັນ, ຮັບປະກັບຄວາມປອດໄພໃຫ້ແກ່ສາມັນຊົນ, ດຳເນີນການເຈລະຈາ ແລະ ຄວາມມານະພະຍາຍາມຂອງປະຊາຄົມສາກົນໃນການຊຸກຍູ້ສັນຕິພາບ. ທ່ານເນັ້ນໜັກວ່າ, ບັນດາຝ່າຍປະທະກັນ, ພິເສດແມ່ນ ອິດສະຣາແອັນ, ຕ້ອງຢຸດຍິງຍິ່ງໄວກໍ່ຍິ່ງດີ ເພື່ອສະກັດກັ້ນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຫຼີກລ່ຽງເຮັດໃຫ້ສົງຄາມແຜ່ຂະຫຍາຍອອກກວ້າງ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ຫຼີກລ່ຽງສະພາບກໍ່ຄວາມເສຍຫາຍໃຫ້ແກ່ສາມັນຊົນ ແລະ ສ້າງເງື່ອນໄຂໃຫ້ການຍົກຍ້າຍສາມັນຊົນຂອງປະເທດທີ 3.

        ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ, ລັດເຊຍ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ຢ່າງແໜ້ນແຟ້ນກັບ ຈີນ, ພ້ອມກັນ ຕັ້ງໜ້າຫຼຸດຜ່ອນສະພາບການ ແລະ ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.