ຂ່າວເດັ່ນ

ການນຳ ຝລັ່ງ, ອີຢິບ ແລະ ຈໍແດນ ຮຽກຮ້ອງການຢຸດຍິງຢ່າງທັນທີ ຢູ່ ເຂດ ກາຊາ, ປະຕິບັດມາດຕະການສອງລັດ

ການນຳ ຝລັ່ງ, ອີຢິບ ແລະ ຈໍແດນ ຮຽກຮ້ອງການຢຸດຍິງຢ່າງທັນທີ ຢູ່ ເຂດ ກາຊາ, ປະຕິບັດມາດຕະການສອງລັດ

(VOVWORLD) -ຕອນຄ່ຳວັນທີ 7 ເມສາ, ຊາວ ອິດສະຣາແອນ ນັບພັນຄົນ ໄດ້ດຳເນີນການແຫ່ຂະບວນປະທ້ວງ ໂດຍຮຽກຮ້ອງລັດຖະບານປະເທດນີ້ ກ້າວໄປເຖິງຂໍ້ຕົກລົງຢຸດຍິງ ແລະແລກປ່ຽນຕົວປະກັນໃຫມ່ກັບ ຂະບວນການ ຮາມາດ ຢູ່ ເຂດ ກາຊາ.

ຕືກອາຄານຫລາຍແຫ່ງຖືກທຳລາຍໃນບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ເລັ່ງໃສ່ນະຄອນ Rafah, ເຂດ ກາຊາ ເມື່ອວັນທີ 20/1/2025. (ພາບ: THX/TTXVN)

ຄຳຮຽກຮ້ອງໂດຍທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi  ແລະ ກະສັດ ຈໍແດນ Abdullah II ໄດ້ຍົກອອກມາໃນຖະແຫລງການຮ່ວມພາຍຫລັງກອງປະຊຸມສຸດຍອດ 3 ຝ່າຍ ກ່ຽວກັບບັນຫາເຂດ ກາຊາ ຊື່ງໄດ້ຈັດຂຶ້ນຢູ່ ນະຄອນຫລວງ ກາຍໂຣ ປະເທດອີຢິບ ໃນຕອນຄ່ຳວັນທີ 7 ເມສາ. ໃນຖະແຫລງການຮ່ວມ, ບັນດາການນຳ ໄດ້ເລັ່ງລັດປະຊາຄົມສາກົນ ຄວນມີການກະທຳຢ່າງທັນທີ ບັງຄັບໃຫ້ ອິດສະຣາແອນ ຫລຸດຜ່ອນການສູ້ຮົບຢູ່ເຂດ ກາຊາ, ຟື້ນຟູຄຳສັ່ງຢຸດຍິງ ແລະອະນຸຍາດໃຫ້ເຄື່ອງບັນເທົາທຸກໄດ້ສົ່ງເຖິງເຂດ ກາຊາ.

ໃນຂະນະນັ້ນ ຕອນຄ່ຳວັນທີ 7 ເມສາ, ຊາວ ອິດສະຣາແອນ ນັບພັນຄົນ ໄດ້ດຳເນີນການແຫ່ຂະບວນປະທ້ວງ ໂດຍຮຽກຮ້ອງລັດຖະບານປະເທດນີ້ ກ້າວໄປເຖິງຂໍ້ຕົກລົງຢຸດຍິງ ແລະແລກປ່ຽນຕົວປະກັນໃຫມ່ກັບ ຂະບວນການ ຮາມາດ ຢູ່ ເຂດ ກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.