ຂ່າວເດັ່ນ

ການປະທະກັນຢູ່ ມຽນມາ, ລູກປືນລູກຫຼົງເຂົ້າດິນແດນ ໄທ

ການປະທະກັນຢູ່ ມຽນມາ, ລູກປືນລູກຫຼົງເຂົ້າດິນແດນ ໄທ

(VOVWORLD) - ເຂດນີ້ຕິດກັບຊາຍແດນເມືອງ ແມ່ສອດ, ແຂວງ ຕຣາດ ຂອງ ໄທ.

(ພາບປະກອບ: REUTERS/Athit Perawongmetha)

 ຫວ່າງມໍ່ໆມານີ້, ກອງທັບ ໄທ ໃຫ້ຮູ້ວ່າ, ການປະທະກັນລະຫວ່າງກອງທັບ ມຽນມາ ແລະ ບັນດາກຸ່ມກະບົດໄດ້ເກີດຂຶ້ນຕອນເຊົ້າວັນທີ 22 ພະຈິກ, ຢູ່ເມືອງ Myawaddy ຂອງ ມຽນມາ. ເຂດນີ້ຕິດກັບຊາຍແດນເມືອງ ແມ່ສອດ, ແຂວງ ຕຣາດ ຂອງ ໄທ. ໃນເວລາ 11 ໂມງ, ມີລູກປືນລູກຫຼົງຈາກການປະກັນ ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ເຮືອນຢູ່ ແລະ ພາຫະນະຂອງຊາວ ໄທ ຜູ້ໜຶ່ງທີ່ດຳລົງຊີວິດຢູ່ໃກ້ກັບເຂດຊາຍແດນ. ປະຕິກິລິຍາຕໍ່ເຫດການດັ່ງກ່າວ, ກອງທັບ ໄທ ໄດ້ດຳເນີນຕາມຫຼັກການຕໍ່ສູ້ ແລະ ຍິງປືນກ່າວເຕືອນລູກໜຶ່ງໃສ່ເຂດຫວ່າງລະຫວ່າງສອງກຳລັງປະທະກັນຢູ່ທາງ ມຽນມາ ໃນເວລາ 11 ໂມງ 5 ນາທີໃນວັນດຽວກັນ, ເພື່ອກ່າວເຕືອນບັນດາຝ່າຍບໍ່ໃຫ້ລະເມີດເຂດດິນແດນຂອງ ໄທ. ກອງທັບ ໄທ ກໍ່ໃຫ້ຮູ້ວ່າ, ຍັງບໍ່ທັນພົບເຫັນຜູ້ເສຍຊີວິດໃນເຫດການທີ່ກ່ຽວຂ້ອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.