ຂ່າວເດັ່ນ

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

(VOVWORLD) - ອຳນາດການປົກຄອງ ອາເມລິກາ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືພາຍໃນ ເພື່ອສ້າງຂອບເຂດການເຈລະຈາກັບ ອີຣານ, ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ກ້າວເຂົ້າສູ່ ອາທິດທີ 4.

ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: REUTERS)

        ບັນດາການປຶກສາຫາລືໃນເບື້ອງຕົ້ນໄດ້ສຸມໃສ່ການກະກຽມພື້ນຖານການເຈລະຈາ, ເຖິງວ່າການປະທະກັນໄດ້ຮັບການຄາດຄະເນວ່າຍັງສືບຕໍ່ດຳເນີນໄປໃນ 2 – 3 ອາທິດຈະມາເຖິງ. ບໍ່ວ່າຂໍ້ຕົກລົງໃດກໍ່ຈະຕິດພັນກັບເງື່ອນໄຂເປັນແກ່ນສານ, ຄື: ເປີດຊ່ອງແຄບ Hormuz ຄືນໃໝ່, ການຄວບຄຸມໂຄງການນິວເຄຼຍ ແລະ ລູກສອນໄຟ ອີຣານ, ກໍ່ຄືຈຳກັດການໜູນຊ່ວຍໃຫ້ແກ່ບັນດາກຳລັງພັນທະມິດໃນພາກພື້ນ.

        ຝ່າຍ ອາເມລິກາ ໄດ້ຮັບຖືວ່າໄດ້ຍົກອອກຄຳຮຽກຮ້ອງຈຳນວນໜຶ່ງ, ລວມມີ ຢຸດຕິໂຄງການລູກສອນໄຟໃນໄລຍະ 5 ປີ, ບໍ່ເສີມທາດອູຣານີ, ຍົກເລີກບັນດາຮາກຖານນິວເຄຼຍ ແລະ ຍອມຮັບກົນໄກຕິດຕາມກວດກາສາກົນຢ່າງເຄັ່ງຄັດ. ໃນຂະນະນັ້ນ, ອີຣານ ໄດ້ຍົກອອກບັນດາເງື່ອນໄຂ, ຄື: ຢຸດຍິງ, ຮັບປະກັນໃຫ້ບໍ່ເກີດການບຸກໂຈມຕີຄືນໃໝ່ ແລະ ຊົດເຊີຍຄວາມເສຍຫາຍ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ປະຕິເສດຄຳຮຽກຮ້ອງຊົດເຊີຍໃຫ້ແກ່ສາມັນຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.