ຂ່າວເດັ່ນ

ການປະທະກັນຢູ່ຕາເວັນອອກກາງ: ພື້ນຖານໂຄງລ່າງດ້ານພະລັງງານ ອີຣານ ແລະ ບັນດາປະເທດເຂດ ອ່າວ ຖືກບຸກໂຈມຕີ

ການປະທະກັນຢູ່ຕາເວັນອອກກາງ: ພື້ນຖານໂຄງລ່າງດ້ານພະລັງງານ ອີຣານ ແລະ ບັນດາປະເທດເຂດ ອ່າວ ຖືກບຸກໂຈມຕີ

(VOVWORLD) - ຮາກຖານອາຍແອັດໃຫຍ່ທີ່ສຸດຂອງປະເທດນີ້ຢູ່ເຂດ Ras Laffan, ຢູ່ແຄມເຂດອ່າວ ເປີເຊຍ ຖືກ ອີຣານ ບຸກໂຈມຕີ, ເຮັດໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງ.

ຮາກຖານອາຍແອັດໃຫຍ່ທີ່ສຸດຂອງປະເທດນີ້ຢູ່ເຂດ Ras Laffan
(ພາບເອກະສານ: REUTERS)

        ວັນທີ 18 ມີນາ, ເປັນມື້ທີ 19 ຂອງການປະທະກັນຢູ່ ຕາເວັນອອກກາງ, ຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງຂອງການປະທະກັນເພີ່ມຂຶ້ນໄດ້ເກີດຂຶ້ນ: ພື້ນຖານໂຄງລ່າງດ້ານພະລັງງານຢູ່ ອີຣານ ແລະ ບັນດາປະເທດເຂດອ່າວ ເປັນເປົ້າໝາຍຂອງການບຸກໂຈມຕີໂດຍເຈດຕະນາ.

        ຕອນຄ່ຳວັນທີ 18 ມີນາ, ກະຊວງພາຍໃນ ກາຕາ ໃຫ້ຮູ້ວ່າ ຮາກຖານອາຍແອັດໃຫຍ່ທີ່ສຸດຂອງປະເທດນີ້ຢູ່ເຂດ Ras Laffan, ຢູ່ແຄມເຂດອ່າວ ເປີເຊຍ ຖືກ ອີຣານ ບຸກໂຈມຕີ, ເຮັດໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງ. ຍັງບໍ່ທັນມີບົດລາຍງານກ່ຽວກັບຜູ້ຮັບບາດເຈັບ ແລະ ເສຍຊີວິດເທື່ອ. ກ່ອນໜ້ານັ້ນ, ຊ່ອງໂທລະພາບແຫ່ງລັດ ອີຣານ ແຈ້ງໃຫ້ຊາບວ່າ ເຕເຮຣານ ໄດ້ບຸກໂຈມຕີພື້ນຖານໂຄງລ່າງດ້ານພະລັງງານຢູ່ບັນດາປະເທດເຂດ ອ່າວເປີເຊຍ, ລວມມີ: ຕາກາ, ຊະອຸດີ ອາຣາເບຍ ແລະ ບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE), ເພື່ອໂຕ້ຕອບການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ບໍ່ອາຍແກັດເຜົາໄໝ້ໃຫຍ່ທີ່ສຸດຂອງ ອີຣານ ຢູ່ແຂວງ Bushehr, ທາງທິດໃຕ້ ອີຣານ, ທີ່ເກີດຂຶ້ນໃນຕອນທ່ຽງວັນທີ 18 ມີນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.