ຂ່າວເດັ່ນ

ການພົບປະ​ແລ​ກ​ປ່ຽນ​ສິ​ລະ​ປະ​ເນື່​ອງ​ໃນ​ໂອ​ກາດ​ງານ​​ບຸນຫໍ່​ເຂົ້າ​ປະ​ດັບ​ດິນ, ແຜ່​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ຈົບ​ງາມ​ຂອງ​ສິນ​ທຳ​ກະ​ຕັນ​ຍູ

ການພົບປະ​ແລ​ກ​ປ່ຽນ​ສິ​ລະ​ປະ​ເນື່​ອງ​ໃນ​ໂອ​ກາດ​ງານ​​ບຸນຫໍ່​ເຂົ້າ​ປະ​ດັບ​ດິນ, ແຜ່​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ຈົບ​ງາມ​ຂອງ​ສິນ​ທຳ​ກະ​ຕັນ​ຍູ

(VOVWORLD) - ລາຍການສິລະປະພິເສດ ທີ່ມີຊື່ວ່າ “ສິນທຳກະຕັນຍູ ແລະ ຈິດວິນຍານສັກສິດຂອງປະເທດຊາດ” ຖືກດຳເນີນໃນຕອນຄ່ຳວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວນອນໃນລາຍການ “ງານບຸນຫໍ່ເຂົ້າປະດັບດິນ - ສິນທຳກະຕັນຍູ ແລະ ຊົນຊາດ” ໂດຍຄະນະຖະແຫຼງຂ່າວແລະການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມຈັດຂຶ້ນປະຈຳປີ.

ພະອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ແລະ ການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: VOV5)

ລາຍການດັ່ງກ່າວໄດ້ເນັ້ນໜັກເຖິງ 5 ປັດໄຈແກ່ນສານຂອງສິນທຳກະຕັນຍູໃນຊີວິດຍຸກປະຈຸບັນ, ພ້ອມທັງຍ້ອງຍໍສັນລະເສີນຈິດໃຈປົກປັກຮັກສາອະທິປະໄຕອັນສັກສິດຂອງຊາດໃນປັດຈຸບັນ ແລະ ຕະຫຼອດການ; ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າມະນຸດຊາດ - ກົດເກນເຫດ ແລະ ຜົນ ອັນຈົບງາມຂອງສິນທຳກະຕັນຍູໃນສັງຄົມ. ເມື່ອກ່າວຄຳເຫັນນະທີ່ນີ້, ພະອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະຖະແຫຼງຂ່າວ ແລະ ການສື່ສານສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ, ຊີ້ແຈ້ງວ່າ

“ລາຍການ “ງານບຸນຫໍ່ເຂົ້າປະດັບດິນ - ສິນທຳກະຕັນຍູ ແລະ ຊົນຊາດ” ຈາກການເຄື່ອນໄຫວປະຈຳປີ ໄດ້ກາຍການແຜ່ຂະຫຍາຍສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ປັດຈຸບັນນີ້, ງານບຸນຫໍ່ເຂົ້າປະດັບດິນ ບໍ່ພຽງແຕ່ຢຸດຢູ່ພິທີກຳເທົ່ານັ້ນ, ຫາກຍັງໄດ້ຝັງເລິກໃນຈິດສຳນຶກ, ຄວາມຮັກຂອງມະນຸດ, ກາຍເປັນແບບວິຖີດຳລົງຊີວິດ, ຈັງຫວະຫາຍໃຈ, ເປັນສາຍເລືອດໃຫ້ຫົວໃຈ ຫວຽດນາມ, ເຊື່ອມຕໍ່ກັບລ້ານຫົວໃຈ, ແຜ່ຂະຫຍາຍຄວາມກະຕັນຍູໄປສູ່ທຸກແຖບຖິ່ນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.