ຂ່າວເດັ່ນ

ການພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ສືບ​ຕໍ່​ພັດ​ທະ​ນາ​ໃນ​ເກືອບ​ທຸກ​ຂົງ​ເຂດ

ການພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ສືບ​ຕໍ່​ພັດ​ທະ​ນາ​ໃນ​ເກືອບ​ທຸກ​ຂົງ​ເຂດ

(VOVWORLD) - ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພອນດອນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພອນດອນ (ພາບ: VOV)

ທີ່ການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີຊີ້ນຳບັນດາອົງການທີ່ກ່ຽວຂ້ອງສຸມກຳລັງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນ ມີໝາກຜົນການພົບປະລະຫວ່າງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາສີ ລະຫວ່າງລັດຖະບານ ຫວຽດນາມ - ລາວ; ສືບຕໍ່ເພີ່ມທະວີ, ປັບປຸງການພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈແບບພິເສດ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ການນຳສອງທ່ານເຫັນດີເພີ່ມທະວີບັນດາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ສ້າງບາດກ້າວບຸກທະລຸມຸ່ງໄປເຖິງການບັນລຸໄດ້ວົງເງິນການຄ້າສອງຝ່າຍ 5 ຕື້ USD; ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດຢ່າງຮອບດ້ານ, ພິເສດແມ່ນພື້ນຖານໂຄງລ່າງ, ຄົມມະນາຄົມ, ການລົງທຶນ, ການທ່ອງທ່ຽວ.  

ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

        ກໍໃນຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງນີ້.

ລ້າຍຮວາ, ເລຕວຽດ

This site is protected by reCAPTCHA and the Google Privacy Policy and Terms of Service apply.