ຂ່າວເດັ່ນ

ການສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ປີ 2026: ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ວັນ​ທີ 30 ມິ​ຖຸ​ນາ

ການສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ປີ 2026: ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ວັນ​ທີ 30 ມິ​ຖຸ​ນາ

(VOVWORLD) - ໃນການປະຊຸມກະກຽມໃຫ້ແກ່ກອງປະຊຸມຜັນຂະຫຍາຍ ແລະ ກວດຄືນ, ດັດປັບແຜນການສຳຫຼວດເສດຖະກິດທົ່ວປະເທດປີ 2026 ໄດ້ດຳເນີນໃນຕອນບ່າຍວັນທີ 2 ກຸມພາ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຍູ້ໄວຄວາມຄືບໜ້າ, ສູ້ຊົນປະຕິບັດສຳເລັດກ່ອນວັນທີ 30 ມິຖຸນາ, ໝາຍຄວາມວ່າໄວກວ່າແຜນການໃນເບື້ອງຕົ້ນ 7 ເດືອນ .

ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ (ພາບ: nhandan.vn)

ການສຳຫຼວດເສດຖະກິດທົ່ວປະເທດປີ 2026 ມີຄວາມໝາຍສຳຄັນເປັນພິເສດເມື່ອໄດ້ຮັບການຜັນຂະຫຍາຍໃນປີທຳອິດແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2026 – 2030 ເພື່ອແນໃສ່ສະໜອງສະພາບລວມ, ຄົບຖ້ວນ ແລະ ອັດເດດສະພາບຕົວຈິງຂອງພື້ນຖານເສດຖະກິດ, ຮັບໃຊ້ວຽກງານຕີລາຄາ, ວາງແຜນກຳນົດ ແລະ ບໍລິຫານນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງປະເທດ. ກ່າວຄຳເຫັນສະຫຼຸບການປະຊຸມ, ທ່ານ ຫງວຽນວັນຖັງ ລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກວ່າ ຕາມແຜນການດັດປັບ, ໄລຍະທີ 1 ຈະສຳເລັດການເກັບກຳຂໍ້ມູນໃນວັນທີ 10 ມີນາ; ໄລຍະທີ 2 ສຳເລັດໃນວັນທີ 30 ເມສາ; ໝາກຜົນເບື້ອງຕົ້ນຈະໄດ້ຮັບການປະກາດກ່ອນວັນທີ 30 ມິຖຸນາ.

“ຂ້າພະເຈົ້າສະເໜີໃຫ້ປັບປຸງແບບວິທີ ແລະ ແຜນການປະຕິບັດໃນທັນທີພື່ອລາຍງານຕໍ່ນາຍົກລັດຖະມົນຕີ. ສຸມໃສ່ການກວດຄືນ, ປັບປຸງບັນດາເອກະສານ ແລະ ຊອັບແວການສຳຫຼວດໃຫ້ສົມບູນແບບ ເພື່ອແນະນຳໃຫ້ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຢ່າງທັນການ, ຮັບປະກັນປະຕິບັດສຳເລັດວຽກງານເກັບກຳຂໍ້ມູນໂດຍໄວ ແລະ ພວກເຮົາຈະໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດເຂົ້າໃນການກຳນົດລະຫັດຂະແໜງ ແລະຕິດຕາມເວລາປະຕິບັດຕົວຈິງຢ່າງສຸດຂີດ”.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.