ຂ່າວເດັ່ນ

ການຮ່ວມມືຢ່າງກ້ວາງເລິກລະຫວ່າງກອງທັບຫວຽດນາມ ແລະ ໄທ

ການຮ່ວມມືຢ່າງກ້ວາງເລິກລະຫວ່າງກອງທັບຫວຽດນາມ ແລະ ໄທ

(VOVWORLD) -ຕອນເຊົ້າວັນທີ 5 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Songwit Noonpackdee, ຜູ້ບັນຊາການກໍາລັງປ້ອງກັນຊາດໄທ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Songwit Noonpackdee

     ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນການຮ່ວມມືຮອບດ້ານລະຫວ່າງກອງທັບສອງປະເທດ; ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກວ່າ, ປະກອບສ່ວນແທດຈິງເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ. ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າກອງທັບສອງປະເທດຕັ້ງໜ້າປະຕິບັດບັນດາການເຄື່ອນໄຫວເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສຸມໃສ່ປຶກສາຫາລື, ແລກປ່ຽນຍຸດທະສາດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ.

      ສ່ວນທ່ານພົນເອກ Songwit Noonpackdee ໄດ້ຕີລາຄາສູງການຮ່ວມມືອັນດີງາມລະຫວ່າງສອງປະເທດໃນຂົງເຂດປ້ອງກັນຊາດໃນໄລຍະມໍ່ໆມານີ້, ດ້ວຍເຫດນີ້, ຢັ້ງຢືນວ່າການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄທ - ຫວຽດນາມ. ທ່ານພົນໂທ Songwit Noonpackdee ເຊື່ອໝັ້ນວ່າ: ການປະຕິຮູບຄັ້ງປະຫວັດສາດຂອງຮູບແບບການປົກຄອງທ້ອງຖິ່ນ 2 ຊັ້ນທີ່ພວມຜັນຂະຫຍາຍແມ່ນຈະຊ່ວຍໃຫ້ ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າກວ່າອີກໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.