ຂ່າວເດັ່ນ

ກະກຽມໃຫ້ແກ່ການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດພິເສດ ແບັກລອງວີ

ກະກຽມໃຫ້ແກ່ການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດພິເສດ ແບັກລອງວີ

(VOVWORLD) - ມາຮອດປະຈຸບັນ, ອຳນາດການປົກຄອງ ແລະ ບັນດາຄະນະ, ຂະແໜງການເຂດພິເສດ ແບັກລອງວີ ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ເຫດການໃຫຍ່ນີ້ຢ່າງລອບຄອບທີ່ຖ້ວນ, ຄົບຊຸດແລ້ວ.

(ເຂດພິເສດ ແບັກລອງວີ)

ເຂດພິເສດ ແບັກລອງວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໃນວັນທີ 14 ມີນາ ຈະມາເຖິງ, ກ່ອນກຳນົດເວລາ 1 ວັນເມື່ອທຽບກັບວັນເລືອກຕັ້ງທົ່ວປະເທດ.

ຕາມທ່ານ ຫງວຽນວັນເຮົ້າ, ຮອງປະທານຄະນະກຳມະການປະຊາຊົນ ເຂດພິເສດ ແບັກລອງວີ ແລ້ວ, ມາຮອດປະຈຸບັນ, ອຳນາດການປົກຄອງ ແລະ ບັນດາຄະນະ, ຂະແໜງການເຂດພິເສດ ແບັກລອງວີ ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ເຫດການໃຫຍ່ນີ້ຢ່າງລອບຄອບທີ່ຖ້ວນ, ຄົບຊຸດແລ້ວ.

“ເຂດພິເສດ ແບັກລອງວີ ມີ 2 ໜ່ວຍປ່ອນບັດ, ວຽກງານກະກຽມໄດ້ປະຕິບັດເປັນຢ່າງດີພໍສົມຄວນ. ສຳລັບ ແບັກລອງວີ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ກວດກາຄືນ; ພາຍຫຼັງກວດກາຄືນ, ບັນດາຊາວປະມົງທີ່ຍັງບໍ່ທັນຂຶ້ນຝັ່ງ ຫາກມີເງື່ອນໄຂປ່ອນບັດຢ່າງຄົບຖ້ວນ ຢູ່ ແບັກລອງວີ ຈະມີຫີບປ່ອນບັດເຄື່ອນທີ່ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ປ່ອນບັດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.