ຂ່າວເດັ່ນ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

(VOVWORLD) - ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

 
ທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: qdnd.vn)
 
 ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10, ວັນທີ 17 ມີນາ, ຢູ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ຈີນ (ຕາແສງ ແຮວ່ງໂມ, ແຂວງ ກວາງນິງ), ກຳລັງເສນາຮັກສອງປະເທດ ຫວຽດນາມ - ຈີນ ໄດ້ກວດ, ປິ່ນປົ່ວພະຍາດໃຫ້ແກ່ປະຊາຊົນໃນບໍລິເວນຕາແສງ ແຮວ່ງໂມ, ແຂວງ ກວາງນິງ (ຫວຽດນາມ) ແລະ ເທດສະບານ ຕຸ້ງຈູງ, ເຂດ ຝາງເຈີງ, ນະຄອນ ຝາງເຈີງກາງ, ເຂດປົກຄອງດ້ວຍຕົນເອງຊາວເຜົ່າ ຈວາງ ແຂວງກວາງຊີ (ຈີນ).
ກຳລັງເສນາຮັກສອງປະເທດກວດພະຍາດໃຫ້ແກ່ປະຊາຊົນ (ພາບ: qdnd.vn)

        ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການເຕັກນິກ, ກະຊວງປ້ອງກັນປະເທດ ຫວຽດນາມ  ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

        ໄປຄຽງຄູ່ກັບການເຄື່ອນໄຫວກວດ, ປິ່ນປົ່ວພະຍາດຢູ່ ຫວຽດນາມ, ຄະນະປະຕິບັດງານເສນາຮັກສອງປະເທດ ກໍໄດ້ຈັດກິດຈະກຳກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢູ່ເທດສະບານ ຕຸ້ງຈູງ, ເຂດຝາງເຈີງ, ນະຄອນ ຝາງເຈີງກາງ, ເຂດປົກຄອງດ້ວຍຕົນເອງຊາວເຜົ່າຈວາງ ແຂວງ ກວາງຊີ (ຈີນ).

ເລເຟືອງ

This site is protected by reCAPTCHA and the Google Privacy Policy and Terms of Service apply.