ຂ່າວເດັ່ນ

ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຂອງ ຫວຽດ​ນາມ ຜ່າ​ນ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ມຽນ​ມາ

ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຂອງ ຫວຽດ​ນາມ ຜ່າ​ນ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ມຽນ​ມາ

(VOVWORLD) - ຕອນບ່າຍວັນທີ 31 ມີນາ, ຄະນະກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ແບ່ງອອກເປັນ 2 ໜ່ວຍ, ຜັນຂະຫຍາຍການຊອກຫາຜູ້ຫາຍສາບສູນຢູ່ເຂດຊຸມຊົນ Bala Tidi, ເມືອງ Zabu Thiri, ນະຄອນຫຼວງ Naypitaw, ມຽນມາ. ໃນເວລາ 17 ໂມງ 10 ນາທີ (ຕາມເວລາທ້ອງຖິ່ນ), ໝາກູ້ໄພຂອງ ຫວຽດນາມ ໄດ້ກວດພົບ 3 ຈຸດທີ່ມີຜູ້ປະສົບເຄາະຮ້າຍ, ໃນນັ້ນໄດ້ຢັ້ງຢືນວ່າຜູ້ປະສົບເຄາະຮ້າຍໄດ້ເສຍຊີວິດແລ້ວ.

 
ໃນເວລາ 17 ໂມງ 10 ນາທີ (ຕາມເວລາທ້ອງຖິ່ນ), ໝາກູ້ໄພຂອງ ຫວຽດນາມ ກວດພົບ 3 ຈຸດທີ່ມີຜູ້ປະສົບເຄາະຮ້າຍ (ພາບ: vietnamplus.vn)

ໄປຄຽງຄູ່ກັບການຊອກຫາ, ກູ້ໄພກູ້ຊີບ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ຍັງຊ່ວຍເຫຼືອປະຊາຊົນ ມຽນມາ ແກ້ໄຂຜົນເສຍຫາຍທີ່ຕາມມາຢ່າງສຸດຂີດ. ເອື້ອຍ Phyo Pa Pa Moe ຢູ່ເມືອງ Zabu Thiri ດີໃຈທີ່ສຸດເມື່ອກຳລັງທະຫານ ຫວຽດນາມ ຊອກເຫັນ ແລະ ມອບຊັບສິນ ແລະ ວັດຖຸພັນອັນລ້ຳຄ່າຫຼາຍຢ່າງຄືນໃຫ້ຄອບຄົວ.

“ຂອບໃຈການຊ່ວຍເຫຼືອຂອງກຳລັງ ຫວຽດນາມ. ພວກເພື່ອນໃຈດີຫຼາຍ. ພວກຂ້າພະເຈົ້າຮູ້ສຶກມີຄວາມສຸກທີ່ສຸດ. ຂອບໃຈພວກເພື່ອນຫຼາຍໆ”.

ແຖວຕຶກອາຄານທັງໝົດຂອງເຂດຊຸມຊົນ Bala Tidi ລ້ວນແຕ່ຖືກພັງຖະຫຼົ່ມ, ເຮັດໃຫ້ກຳລັງກູ້ໄພກູ້ຊີບປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນການຊອກຫາຜູ້ຫາຍສາບສູນ. ທ່ານຮ້ອຍເອກ Yar Zar, ກົມປ້ອງກັນອັກຄີໄພ ແລະ ດັບເພີງ, ກະຊວງພາຍໃນ ມຽນມາ, ໃຫ້ຮູ້ວ່າ:

“ມີກຳລັງຂອງປະເທດຈໍານວນໜຶ່ງມາຂົງເຂດນີ້ ແຕ່ກໍຖອນຕົວ. ຄະນະ ຫວຽດນາມ ເມື່ອມາແຫ່ງນີ້ ແລ້ວສຳຫຼວດ ແລະ ພະຍາຍາມຊອກທຸກວິທີທາງເພື່ອກູ້ໄພກູ້ຊີບ... ປັດຈຸບັນ, ທັງກຳລັງຂອງ ມຽນມາ ແລະ ຫວຽດນາມ ພວມພະຍາຍາມຊອກຫາຜູ້ປະສົບເຄາະຮ້າຍ, ເຖິງຈະຍັງມີຊີວິດຢູ່ ຫຼື ເສຍຊີວິດໄປແລ້ວ. ພວກຂ້າພະເຈົ້າຫວັງວ່າ ກຳລັງກອງທັບ ຫວຽດນາມ ຈະພະຍາຍາມຊອກຫາ, ກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອປະຊາຊົນ ມຽນມາ ພວກຂ້າພະເຈົ້າ. ພວກຂ້າພະເຈົ້າຂອບໃຈຫຼາຍໆ".

ພະນັກງານ, ນັກຮົບສົ່ງຜູ້ປະສົບເຄາະຮ້າຍອອກຈາກເຂດຫັກພັງ (ພາບ: VOV)

        ພະນັກງານ, ນັກຮົບ ຫວຽດນາມ ໄດ້ຍົກອອກຫຼາຍແບບວິທີ ເພື່ອແກ້ໄຂແຕ່ລະກໍລະນີ. ປັດຈຸບັນ, ວຽກງານຊອກຫາຜູ້ປະສົບເຄາະຮ້າຍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ກຳລັງກູ້ໄພກູ້ຊີບຂອງ ຫວຽດນາມ ຍັງສືບຕໍ່ມານະພະຍາຍາມຜັນຂະຫຍາຍ.

ໃນຂະນະນັ້ນ, ອຳນາດການປົກຄອງກອງທັບ ມຽນມາ ໃຫ້ຮູ້ວ່າ ໄລ່ຮອດວັນທີ 31 ມີນາ, ຈຳນວນຜ້ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ ໄດ້ເພີ່ມຂຶ້ນ 2.056 ຄົນ, ປະມານ 3.900 ຄົນຖືກບາດເຈັບ ແລະ ເກືອບ 270 ຄົນຫາຍສາບສູນ.

ຕອນເຊົ້າວັນທີ 1 ເມສາ, ຄະນະປະຕິບັດງານຂອງ ກະຊວງ ຕຳຫຼວດ ຫວຽດນາມ ໄດ້ມອບຢຸກຢາ ແລະ ອຸປະກອນການແພດເກືອບ 3 ໂຕນໃຫ້ແກ່ ມຽນມາ. ຈຳນວນຢຸກຢາ ແລະ ອຸປະກອນການແພດດັ່ງກ່າວໄດ້ມອບໃຫ້ກະຊວງສາທາລະນະສຸກ ມຽນມາ ເພື່ອມອບເຖິງມືປະຊາຊົນຢູ່ບໍລິເວນປະສົບກັບຄວາມຫຍຸ້ງຍາກ ແລະ ພວມຂາດແຄນຢຸກຢາ ແລະ ອຸປະກອນການແພດ.

ນາມຮຸ່ງ ແລະ ຮົ່ງຕູ

This site is protected by reCAPTCHA and the Google Privacy Policy and Terms of Service apply.