ຂ່າວເດັ່ນ

ກຳ​ນົດ​ທີ່​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ​ ດ້ວຍ​ຍຸດ​ທະ​ສາດ 1 ນະ​ຄອນ 3 ໃຈ​ກາງ

ກຳ​ນົດ​ທີ່​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ​ ດ້ວຍ​ຍຸດ​ທະ​ສາດ 1 ນະ​ຄອນ 3 ໃຈ​ກາງ

(VOVWORLD) - ນະຄອນໂຮ່ຈີມິນ ຄວນກຳນົດທີ່ຕັ້ງການຄ້າ ດ້ວຍຍຸດທະສາດ 1 ນະຄອນ 3 ໃຈກາງ. ນັ້ນແມ່ນຄຳເຫັນຂອງຜູ້ແທນໃນການພົບປະສົນທະນາພາຍໃຕ້ຫົວຂໍ້ “ເຂດພັດທະນານະຄອນ ໂຮ່ຈີມິນ - ກຳລັງໜູນຈາກການສ້າງລະບົບສະໜອງ ແລະ ຂາຍຍ່ອຍ”, ໂດຍພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ຈັດຂຶ້ນໃນຕອນບ່າຍວັນທີ 11 ກໍລະກົດ ຢູ່ນະຄອນ ໂຮ່ຈີມິນ.

ການພົບປະສົນທະນາພາຍໃຕ້ຫົວຂໍ້ “ເຂດພັດທະນານະຄອນ ໂຮ່ຈີມິນ - ກຳລັງໜູນຈາກການສ້າງລະບົບສະໜອງ ແລະ ຂາຍຍ່ອຍ” (ພາບ: VOV)

ຕາມການນຳພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ແລ້ວ, ໃນໄລຍະຈະມາເຖິງ, ທາງນະຄອນໄດ້ກຳນົດເນື້ອໃນຈຸດສຸມຈຳນວນໜຶ່ງ, ເຊັ່ນ: ພັດທະນາການວາງແຜນຜັງເຂດການຄ້າ - ການບໍລິການຕິດພັນກັບຕົວເມືອງຫຼາກຫຼາຍສູນການຄ້າ, ຍາດແຍ່ງທ່າໄດ້ປຽບອວ່າຍໜ້າໄປສູ່ທະເລ, ຍູ້ແຮງວິວັດການສ້າງໂຄງປະກອບການສະໜອງບັນດາຂະແໜງສິນຄ້າຍຸດທະສາດຕາມທິດຂະຫຍັນຂັນເຄື່ອນ, ເປັນເຈົ້າການ. ທ່ານ ບຸ່ຍຕາຮວ່າງຫວູ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ໂດຍຍາດແຍ່ງທ່າໄດ້ປຽບອວ່າຍໜ້າໄປສູ່ທະເລ, ເພີ່ມທະວີການຮ່ວມສຳພັນເຂດ. ໃນນັ້ນ, ໃຫ້ບຸລິມະສິດສ້າງຕັ້ງບັນດາເຂດສູນການຄ້າ - ພະລາທິການ - ຕະຫຼາດຂາຍສົ່ງ - logistics ຢູ່ເຂດທາງທິດໃຕ້ ຍ່າແບ່, ທາງທິດຕາເວັນຕົກ ບິ່ງແຈັງ (ເກົ່າ), ເຊື່ອມຕໍ່ກັບບັນດາເສັ້ນທາງອ້ອມຮອບນະຄອນ ແລະ ທ່າກ່ຳປັ່ນທະເລ. ທາງນະຄອນກໍຊຸກຍູ້ການຫັນເປັນດີຈີຕອນຢ່າງແຮງ, ຖືຕະຫຼາດແບບເກົ່າ, ສະຫະກອນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ເປັນໃຈກາງໃນການຫັນປ່ຽນການບໍລິຫານ, ຄຸ້ມຄອງ, ຊຳລະ ແລະ ເຊື່ອມຕໍ່ລະບົບສະໜອງ.”


This site is protected by reCAPTCHA and the Google Privacy Policy and Terms of Service apply.