ຂ່າວເດັ່ນ

ກຳ​ປູ​ເຈຍ, ໄທ​ເລີ່ມ​ຖອນ​ອາ​ວຸດ​ປະ​ເພດ​ໜັກ​ອອກ​ຈາກ​ເຂດ​ຊາຍ​ແດນ

ກຳ​ປູ​ເຈຍ, ໄທ​ເລີ່ມ​ຖອນ​ອາ​ວຸດ​ປະ​ເພດ​ໜັກ​ອອກ​ຈາກ​ເຂດ​ຊາຍ​ແດນ

(VOVWORLD) - ການກະທຳຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງຝ່າຍໄດ້ດຳເນີນພາຍຫຼັງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ຄູ່ຮ່ວມຕຳແໜ່ງທ່ານ Anutin Charnvirakul ລົງນາມຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່ງ ກຳປູເຈຍ ແລະ ໄທ ຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ທີ່ ມາເລເຊຍ ກ່ອນນັ້ນ 1 ວັນ.

ພາບປະກອບ: ກະຊວງປ້ອງກັນປະເທດ ກຳປູເຈຍ

ຕອນຄ່ຳວັນທີ 26 ຕຸລາ, ພາຍໃຕ້ການຕິດຕາມກວດກາມຂອງບັນດານັກສັງເກດການ ອາຊຽນ, ກຳປູເຈຍ ແລະ ໄທໄດ້ເລີ່ມຕົ້ນການຖອນອາວຸດປະເພດໜັກ ພ້ອມກັບວັດຖຸອຸປະກອນອອກຈາກເຂດຊາຍແດນທີ່ຂັດແຍ້ງກັນ ແລະ ນຳກັບໄປຍັງບັນດາຖານທີ່ໝັ້ນການທະຫານຂອງແຕ່ລະຝ່າຍຕາມປົກກະຕິ. ການກະທຳຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງຝ່າຍໄດ້ດຳເນີນພາຍຫຼັງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ຄູ່ຮ່ວມຕຳແໜ່ງທ່ານ Anutin Charnvirakul ລົງນາມຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່ງ ກຳປູເຈຍ ແລະ ໄທ ຢູ່ນອກກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47 ທີ່ ມາເລເຊຍ ກ່ອນນັ້ນ 1 ວັນ. ພິທີລົງນາມໂດຍພາຍໃຕ້ການເປັນສັກຂີພິຍານຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim.

This site is protected by reCAPTCHA and the Google Privacy Policy and Terms of Service apply.