ຂ່າວເດັ່ນ

ກຳ​ປູ​ເຈຍ ແລະ ໄທ ຈັດ​ການ​ປະ​ຊຸມ​ກ່ຽວ​ກັບ​ການ​ສຳຫຼວດ​ລູກ​ລະ​ເບີ​ດ​​ໝາກ​ໝີ່ນຢູ່​ເຂດ​ຊາຍ​ແດນ​ຮ່ວມ

ກຳ​ປູ​ເຈຍ ແລະ ໄທ ຈັດ​ການ​ປະ​ຊຸມ​ກ່ຽວ​ກັບ​ການ​ສຳຫຼວດ​ລູກ​ລະ​ເບີ​ດ​​ໝາກ​ໝີ່ນຢູ່​ເຂດ​ຊາຍ​ແດນ​ຮ່ວມ

(VOVWORLD) - CMAC ແລະ TMAC ໄດ້ປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍການສຳຫຼວດທຳລາຍລະເບີດໝາກໝີ່ນຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ...


   ວັນທີ 7 ພະຈິກ, ກຸ່ມປະຕິບັດວຽກງານສຳຫຼວດລູກລະເບີດໝາກໝີ່ນຂອງ ກຳປູເຈຍ ແລະ ໄທ ໄດ້ຈັດການປະຊຸມເພື່ອປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ທ່ານນາງ Maly Socheata, ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ ກຸ່ມປະຕິບັດວຽກງານຂອງສູນກະທຳລູກລະເບີດໝາກໝີ່ນ ກຳປູເຈຍ (CMAC)  ແລະ ສູນກະທຳລູກລະເບີດໝາກໝີ່ນ ໄທ (TMAC) ໄດ້ປຶກສາຫາລືກ່ຽວກັບເຕັກນິກກວດກາບັນດາເຂດບຸລິມະສິດຜັນຂະຫຍາຍການສຳຫຼວດທຳລາຍລະເບີດໝາກໝີ່ນຢູ່ເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ການພົບປະໄດ້ປະຕິບັດບັນດາຫຼັກການ ແລະ ຂັ້ນຕອນເຮັດລຸມາດຖານ ໂດຍກຸ່ມປະຕິບັດວຽກງານປະສົມກ່ຽວກັບການສຳຫຼວດທຳລາຍລະເບີດໝາກໝີ່ນ ກຳປູເຈຍ-ໄທ ເຫັນດີເປັນປະເອກະພາບ. ທ່ານນາງກໍ່ຢັ້ງຢືນວ່າວຽກງານການສຳຫຼວດທຳລາຍລະເບີດໝາກໝີ່ນມະນຸດສະທຳ ຕ້ອງປະຕິບັດຢ່າງເຂັ້ມງວດບົນຫຼັກການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຈິກໃຈເຄົາລົບຊື່ງກັນ ແລະ ກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.