ຂ່າວເດັ່ນ

ກຳ​ປູ​ເຈຍ ແລະ ໄທ​ຄາດ​ວ່າ​ຈະ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ຮ່ວມ​ໃນ​ວັນ​ທີ 4 ສິງ​ຫາ

ກຳ​ປູ​ເຈຍ ແລະ ໄທ​ຄາດ​ວ່າ​ຈະ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ຮ່ວມ​ໃນ​ວັນ​ທີ 4 ສິງ​ຫາ

(VOVWORLD) - ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ພ້ອມກັບຄູ່ຮ່ວມຕຳແໜ່ງ ໄທຈະເປັນປະທານຮ່ວມກອງປະຊຸມຄະນະກຳມະການຊາຍແດນຮ່ວມລະຫວ່າງ ສອງປະເທດ ທີ່ຄາດວ່າຈະດຳເນີນຢູ່ກຳປູເຈຍ ໃນວັນທີ 4 ສິງຫາ.

ພາບປະກອບ:  REUTERS/Tyrone Siu

ວັນທີ 30 ກໍລະກົດ, ສຳນັກຂ່າວສານ ກຳປູເຈຍ (AKP) ໄດ້ຄັດສະເໜີຄຳເວົ້າຂອງທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໂດຍໃຫ້ຮູ້ວ່າທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ພ້ອມກັບຄູ່ຮ່ວມຕຳແໜ່ງ ໄທຈະເປັນປະທານຮ່ວມກອງປະຊຸມຄະນະກຳມະການຊາຍແດນຮ່ວມລະຫວ່າງ ສອງປະເທດ ທີ່ຄາດວ່າຈະດຳເນີນຢູ່ກຳປູເຈຍ ໃນວັນທີ 4 ສິງຫາ. ທ່ານນາງ Socheata ໄດ້ຢັ້ງຢືນຄືນໃໝ່ວ່າ ລັດຖະບານ ແລະ ກອງທັບກຳປູເຈຍຍັງໃຫ້ຄຳໝັ້ນສັນຍາປະຕິບັດບັນດາມາດຕາຂອງຂໍ້ຕົກລົງຢຸດຍິງຢ່າງຄົບຖ້ວນ, ລວມມີການຢຸດຕິທຸກການເຄື່ອນໄຫວປໍລະປັກຢ່າງສິ້ນເຊິງ, ບໍ່ລະດົມ ຫຼື ຈັດສົ່ງກຳລັງທະຫານຕື່ມອີກ, ກອງທັບສອງປະເທດຕ້ອງຮັກສາທີ່ຕັ້ງນັບແຕ່ຕອນກາງຄືນຂອງວັນທີ 28 ກໍລະກົດ, ສ້າງຕັ້ງກຸ່ມປະຕິບັດງານເພື່ອເປັນຊ່ອງທາງຕິດຕໍ່ພົວພັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.