ຂ່າວເດັ່ນ

ກຳ​ປູ​ເຈຍ ຕີ​ລາ​ຄາ​ສູງ ຕໍ່​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃຫ້​ປ​ີ ອາ​ຊຽນ 2022

ກຳ​ປູ​ເຈຍ ຕີ​ລາ​ຄາ​ສູງ ຕໍ່​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃຫ້​ປ​ີ ອາ​ຊຽນ 2022

(VOVWORLD) -ທ່ານ Chay Navuth ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນສະພາບທີ່ສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ.

ທ່ານເອກອັກຄະລັດຖະທູດ Chay Navuth (ພາບ: TTXVN)

 ໃນການໂອ້ລົມກັບສື່ມວນຊົນພາຍຫຼັງການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງແຕ່ວັນທີ 8 – 13 ພະຈິກ, ທ່ານເອກອັກຄະລັດຖະທູດ Chay Navuth ເນັ້ນໜັກວ່າ ກຳປູເຈຍ ໄດ້ຮັບການໜູນຊ່ວຍຢ່າງໃຫຍ່ຫຼວງຈາກ ຫວຽດນາມ, ພິເສດແມ່ນທາງດ້ານເຕັກໂນໂລຢີ ແລະ ຊັບພະຍາກອນມະນຸດ ເພື່ອປະຕິບັດສຳເລັດບົດບາດປະທານ ອາຊຽນ ປີ 2022 ໄດ້ເປັນຢ່າງດີ. ພາຍຫຼັງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ກຳປູເຈຍ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 43 ແຕ່ວັນທີ 20 – 25 ພະຈິກ. ທ່ານ Chay Navuth ຢັ້ງຢືນວ່າ ຫວຽດນາມ ເປັນປະເທດສະມາຊິກທີ່ຕັ້ງໜ້າຂອງ AIPA ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະກອບສ່ວນຫຼາຍກວ່າອີກໃຫ້ແກ່ AIPA ກໍຄືຕໍ່ກັບເລື່ອງ ກຳປູເຈຍ ຈັດຕັ້ງ AIPA 43.

This site is protected by reCAPTCHA and the Google Privacy Policy and Terms of Service apply.