ຂ່າວເດັ່ນ

ກຳ​ປູ​ເຈຍ ຊົມ​ເຊີຍ​ຄວາມ​ຄືບ​ໜ້າໃນ​ການ​ເຈ​ລະ​ຈາ​ກັບ ໄທ

ກຳ​ປູ​ເຈຍ ຊົມ​ເຊີຍ​ຄວາມ​ຄືບ​ໜ້າໃນ​ການ​ເຈ​ລະ​ຈາ​ກັບ ໄທ

(VOVWORLD) - ທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ຖືວ່າ, ໝາກຜົນການປະຊຸມຂອງ (RBC) ແມ່ນ “ບາດກ້າວເດີນອັນຕັ້ງໜ້າ”

 ທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ (ພາບ: VOV-Phnom Penh)

  ວັນທີ 17 ສິງຫາ, ກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ, ບັນດາຄວາມຄຶບໜ້າບັນລຸໄດ້ທີ່ການປະຊຸມວິສາມັນ ຄະນະກຳມະການຊາຍແດນກັບໄທ (RBC) ຈັດຂຶ້ນໃນວັນທີ 16 ສິງຫາ ໄດ້ປັບປຸງຄຳສັ່ງຢຸດຍິງ ແລະ ນຳມາເຊິ່ງຄວາມຫວັງວ່າ ຄວາມມີສະຖຽນລະພາບຈະກັບຄືນເຂດລຽບຕາມຊາຍແດນຄືນໃໝ່. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ຖືວ່າ, ໝາກຜົນການປະຊຸມຂອງ (RBC) ແມ່ນ “ບາດກ້າວເດີນອັນຕັ້ງໜ້າ” ແລະວິວັດການີ້ພວມມີຄວາມຄືບໜ້າດ້ວຍ “ຄວາມປະເອີບໃຈ ແລະ ຄວາມຫວັງ” ມຸ່ງໄປເຖິວການຟື້ນຟູສະພາບການເປັນປົກກະຕິຢູ່ເຂດຊາຍແດນ. ທ່ານນາງ Socheata ຍັງໄດ້ເຕື້ອງເຖິງຄຳປາໄສຂອງທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ ເມື່ອວັນທີ 16 ສິງຫາ, ໃນນັ້ນທ່ານຊົມເຊີຍໝາກຜົນຂອງກອງປະຊຸມ ຄືດັ່ງກຳລັງໜູນສຳຄັນໃຫ້ແກ່ການປະຕິບັດຄຳສັ່ງຢຸດຍິງ ແລະ ແມ່ນສັນຍານໃຫ້ເຫັນວ່າ ຄວາມເຄັ່ງຕຶງອາດຈະຫລຸດລົງກ່ວ່ອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.