ຂ່າວເດັ່ນ

ກ່ຳປັ່ນ​ສະ​ໜາມ​ບິນ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ​ເຂດ ອາ​ເມ​ລິ​ກາ ລາ​ຕິນ ເພື່ອ​ສະ​ກັດ​ກັ້ນ​ການ​ຊື້ຂາຍຢາ​ເສບ​ຕິດ

ກ່ຳປັ່ນ​ສະ​ໜາມ​ບິນ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ​ເຂດ ອາ​ເມ​ລິ​ກາ ລາ​ຕິນ ເພື່ອ​ສະ​ກັດ​ກັ້ນ​ການ​ຊື້ຂາຍຢາ​ເສບ​ຕິດ

(VOVWORLD) - ວັນທີ 11 ພະຈິກ, ມີກຸ່ມສູ້ຮົບກ່ຳປັ່ນສະໜາມບິນຂອງກອງທັບອາກາດ ອາເມລິກາ ໄດ້ເດີນທາງໄປຍັງ ອາເມລິກາ ລາຕິນ, ໃນສະພາບການອຳນາດການປົກຄອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມເພີ່ມທະວີການເຄື່ອນໄຫວດ້ານການທະຫານ ແນໃສ່ສະກັດກັ້ນບັນດາເສັ້ນທາງຊື້ຂາຍຢາເສບຕິດໃນພາກພື້ນນີ້.

ຕາມແຈ້ງການຂອງກອງບັນຊາການກຳລັງທະຫານເຮືອ  ອາເມລິກາ ຮັບຜິດຊອບພາກພື້ນ ອາເມລິກາ ໃຕ້ ແລະ ກາຣີເບ ແລ້ວ, ກໍ່າປັ່ນສະໜາມບິນໃຫຍ່ສຸດໃນໂລກ ມີຊື່ວ່າ USS Gerald R. Ford ໄດ້ເດີນທາງໄປຍັງເຂດຮັບຜິດຊອບຂອງກົມກອງນີ້. ເລື່ອງຜັນຂະຫຍາຍໄດ້ປະຕິບັດຕາມຄຳສັ່ງປະກາດໃຊ້ກ່ອນນີ້ເກືອບ 3 ອາທິດ, ແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມສະກັດກັ້ນການເຄື່ອນໄຫວຊື້ຂາຍຢາເສບຕິດໃນພາກພື້ນນີ້.

ປັດຈຸບັນ, ອຳນາດການປົກຄອງຂອງ ທ່ານ Donald Trump ພວມດຳເນີນບັ້ນຮົບການທະຫານເປີດກວ້າງຢູ່ເຂດ ກາຣີເບ ແລະ ທາງທິດຕາເວັນອອກ ປາຊີຟິກ, ຜັນຂະຫຍາຍກຳລັງທະຫານເຮືອ ແລະ ກອງທັບອາກາດ, ແນໃສ່ສືບສວນບັນດາກ່ຳປັ່ນ ເຊິ່ງ ອາເມລິກາ ກ່າວຫາວ່າ ຂົນສົ່ງຢາເສບຕິດ./.

This site is protected by reCAPTCHA and the Google Privacy Policy and Terms of Service apply.