ຂ່າວເດັ່ນ

ກະຊວງປ້ອງກັນປະເທດ ຫວຽດນາມ ສົ່ງເຄື່ອງຊ່ວຍເຫລືອ ແລະ ຈັດສົ່ງນັກຊ່ວຍຊານການແພດໄປຊ່ວຍລາວ ສະກັດກັ້ນໂຄວິດ-19

ກະຊວງປ້ອງກັນປະເທດ ຫວຽດນາມ ສົ່ງເຄື່ອງຊ່ວຍເຫລືອ ແລະ ຈັດສົ່ງນັກຊ່ວຍຊານການແພດໄປຊ່ວຍລາວ ສະກັດກັ້ນໂຄວິດ-19

(VOVWORLD) - ຕອນເຊົ້າວັນທີ 07 ເມສາ, ຢູ່ດ່ານຊາຍແດນ ເກົ່າແຈວ, ແຂວງ ຮ່າຕິງ ໄດ້ດຳເນີນພິທີຕ້ອນຮັບຄະນະນັກຊ່ຽວຊານ ການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄປຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ພິທີມອບ-ຮັບວັດຖຸອຸປະກອນການແພດທີ່ມີມູນຄ່າກ່ວາ 3 ຕື້ດົ່ງ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍກະຊວງປ້ອງກັນປະເທດ ລາວ ຕ້ານໂລກລະບາດດັ່ງກ່າວ.

 ພິທີມອບ-ຮັບວັດຖຸອຸປະກອນການແພດ (ພາບ: TTXVN)

  ກ່າວຄຳເຫັນນະທີ່ນີ້, ພົນຈັດຕະວາ ຫງວຽນຮຸ່ງທັ໊ງ, ຮອງຫົວໜ້າ, ຫົວໜ້າເສນາທິການ, ກົມໃຫຍ່ພະລາທິການ ເນັ້ນໜັກວ່າ: ກອງທັບປະຊາຊົນ ຫວຽດນາມ ພ້ອມແລ້ວທີ່ຈະຊ່ວຍເຫຼືອ, ແບ່ງປັນກັບປະເທດເພື່ອນບ້ານ ລາວ ກ່ຽວກັບວຽກງານຈັດຕັ້ງ, ບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນກອງທັບ ແລະ ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໃນທົ່ວປະເທດ.

     ພາຍຫລັງຄະນະນັກຊ່ຽວຊານ ການແພດຂອງກະຊວງປ້ອງກັນປະເທດ, ຕາມການຊີ້ນຳຂອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທະຫານເຂດ ແລະ ກົມກອງຕ່າງໆຂອງກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ມີຄວາມພ້ອມຈະຈັດສົ່ງຄະນະນັກຊ່ຽວຊານໄປຊ່ວຍ ລາວ ເມື່ອຈຳເປັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.