ຂ່າວເດັ່ນ

ກະຊວງປ້ອງກັນປະເທດ ກໍ່ສ້າງໂຮງຮຽນມອບໃຫ້ນັກຮຽນເຂດຊາຍແດນ ຢາລາຍ

ກະຊວງປ້ອງກັນປະເທດ ກໍ່ສ້າງໂຮງຮຽນມອບໃຫ້ນັກຮຽນເຂດຊາຍແດນ ຢາລາຍ

(VOVWORLD) - ກິດຈະກຳລວມມີ: ຕຶກອາຄານເຮັດວຽກ - ຫ້ອງຮຽນ, ຫ້ອງຮຽນ, ເຂດເຮືອນຄົວ, ເຂດສຶກສາກາຍຍະກຳ… ຕອບສະໜອງຄວາມຕ້ອງການຮ່ຳຮຽນໃຫ້ເດັກຊັ້ນອະນຸບານກວ່າ 300 ຄົນ

(ພິທີມອບ - ຮັບໂຮງຮຽນອະນຸບານ ຊາວມາຍ)

        ຕອນບ່າຍວັນທີ 18 ພະຈິກ, ຢູ່ແຂວງ ຢາລາຍ, ພົນລະພາກຫຼວງ 15 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຈັດພິທີເປີດສະຫຼອງນຳໃຊ້ ແລະ ພິທີມອບ - ຮັບໂຮງຮຽນອະນຸບານ ຊາວມາຍ ໃຫ້ຄູອາຈານ ແລະ ນັກຮຽນຕາແສງ Ia Krel, ແຂວງ ຢາລາຍ.

        ກິດຈະກຳລວມມີ: ຕຶກອາຄານເຮັດວຽກ - ຫ້ອງຮຽນ, ຫ້ອງຮຽນ, ເຂດເຮືອນຄົວ, ເຂດສຶກສາກາຍຍະກຳ… ຕອບສະໜອງຄວາມຕ້ອງການຮ່ຳຮຽນໃຫ້ເດັກຊັ້ນອະນຸບານກວ່າ 300 ຄົນຢູ່ 24 ບ້ານ ຂຶ້ນກັບບັນດາຕາແສງເຂດຊາຍແດນທາງທິດຕາເວັນຕົກ ຢາລາຍ. ທ່ານພັນເອກ ຄວັດບາກາວ, ເລຂາຄະນະພັກ, ຮອງຜູ້ບັນຊາການພົນລະພາກຫຼວງ 15 (ກະຊວງປ້ອງກັນປະເທດ), ໃຫ້ຮູ້ວ່າ:

        “ໃນໄລຍະຈະມາເຖິງ ພົນລະພາກຫຼວງ 15 ຈະສືບຕໍ່ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ກົມກອງເສດຖະກິດ - ປ້ອງກັນປະເທດ 75 ໃນການຄຸ້ມຄອງ, ນຳໃຊ້ກິດຈະກຳໃຫ້ຖືກຕາມຈຸດປະສົງ, ມີປະສິດທິຜົນ, ຍືນຍົງ; ສ້າງທຸກເງື່ອນໄຂເພື່ອໃຫ້ບັນດານັກຮຽນໄດ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມດ້ວຍເງື່ອນໄຂທີ່ດີທີ່ສຸດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.