ຂ່າວເດັ່ນ

ຄ​ະ​ນະ​ເຈ​ລະ​ຈາ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລກ​ປ່ຽນ​ການ​ຫັນ​ເນື້ອ​ໃນ​ການ​ໂອ​້​ລົມ​ທາງ​ໂທ​ລະ​ສັບ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ເປັນ​ລະ​ອຽດ

ຄ​ະ​ນະ​ເຈ​ລະ​ຈາ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລກ​ປ່ຽນ​ການ​ຫັນ​ເນື້ອ​ໃນ​ການ​ໂອ​້​ລົມ​ທາງ​ໂທ​ລະ​ສັບ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ເປັນ​ລະ​ອຽດ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຄວາມເອົາໃຈໃສ່ຂອງທ່ານປະທານາທິບໍດີ Donald Trump ຕໍ່ ຫວຽດນາມ. ປັດຈຸບັນຄະນະເຈລະຈາ ຫວຽດນາມ ແລະ ອາເມລິກາ ພວມສົມທົບກັນ, ແລກປ່ຽນເພື່ອຫັນບັນດາເນື້ອໃນປຶກສາຫາລືຂອງການນຳຂັ້ນສູງສອງປະເທດເປັນລະອຽດ.

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 3 ກໍລະກົດ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນກະຊວງການຕ່າງປະເທດ, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາພາສີອາກອນລະຫວ່າງ ອາເມລິກາ ແລະ ຫວຽດນາມ ພາຍຫຼັງການເຈລະຈາທາງໂທລະສັບລະຫວ່າງ ທ່ານປະທານາທິບໍດີ Donald Trump ກັບທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ.

ຕອນຄ່ຳວັນທີ 2 ກໍລະກົດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ໃນນັ້ນມີເນື້ອໃນກ່ຽວກັບພາສີອາກອນ. ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຄວາມເອົາໃຈໃສ່ຂອງທ່ານປະທານາທິບໍດີ Donald Trump ຕໍ່ ຫວຽດນາມ. ປັດຈຸບັນຄະນະເຈລະຈາ ຫວຽດນາມ ແລະ ອາເມລິກາ ພວມສົມທົບກັນ, ແລກປ່ຽນເພື່ອຫັນບັນດາເນື້ອໃນປຶກສາຫາລືຂອງການນຳຂັ້ນສູງສອງປະເທດເປັນລະອຽດ.

ເມື່ອຕອບສຳພາດຕໍ່ນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມຕໍ່ໜ້າແຫຼ່ງຂ່າວ ກຳປັ່ນຂອງຈີນ ເຄື່ອນໄຫວການສຳຫຼວດແບບຜິດກົດໝາຍຢູ່ເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດໃຫ້ຮູ້ວ່າ:

ບັນດາການເຄື່ອນໄຫວຄົ້ນຄ້ວາ, ສຳຫຼວດຂອງຕ່າງປະເທດຢູ່ເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບດິນຂອງ ຫວຽດນາມ ໄດ້ກຳນົດສອດຄ່ອງກັບສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ໂດຍບໍ່ໄດ້ຮັບອະນຸຍາດຈາກຫວຽດນາມນັ້ນ ລ້ວນແຕ່ລະເມີດສິດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມຍາມໃດກໍ່ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ, ພ້ອມທັງຜັນຂະຫຍາຍບັນດາມາດຕະການສອດຄ່ອງກັບກົດໝາຍສາກົນ, ກົດໝາຍຫວຽດນາມ ເພື່ອຮັບປະກັນບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.