ຂ່າວເດັ່ນ

ຂະ​ບວນ​ການ ຮາ​ມາ​ສ ເດີນ​ທາງ​ໄປ ອີ​ຢີບ ເພື່ອ​ຊຸກ​ຍູ້​ໄລ​ຍະ​ທີ 2 ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງ

ຂະ​ບວນ​ການ ຮາ​ມາ​ສ ເດີນ​ທາງ​ໄປ ອີ​ຢີບ ເພື່ອ​ຊຸກ​ຍູ້​ໄລ​ຍະ​ທີ 2 ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) - ຄະນະຜູ້ແທນ ຮາມາສ ຈະປຶກສາຫາລືການຜັນແປຫຼ້າສຸດ, ຕີລາຄາຄວາມຄືບໜ້າປະຕິບັດຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງເລື່ອງເປີດໄລຍະທີ 2 ຂອງຂໍ້ຕົກລົງ.

(ພາບ: TTXVN)

   ຕາມບັນດາເຈົ້າໜ້າທີ່ອະວຸໂສຂອງ ຮາມາສ, ຄະນະຜູ້ແທນຂອງຂະບວນການນີ້ ໄດ້ເດີນທາງໄປຮອດນະຄອນຫຼວງ ກາຍໂຣ ແລະ ພົບປະກັບບັນດາເຈົ້າໜ້າທີ່ຂອງ ອີຢີບ ໃນວັນທີ 8 ມີນາ ເພື່ອປຶກສາຫາລືກ່ຽວກັບການເລີ່ມໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ໃນການເຈລະຈາຄັ້ງຕ່າງໆກັບປະເທດເປັນກາງໄກ່ເກ່ຍ ອີຢີບ ນັ້ນ, ຄະນະຜູ້ແທນ ຮາມາສ ຈະປຶກສາຫາລືການຜັນແປຫຼ້າສຸດ, ຕີລາຄາຄວາມຄືບໜ້າປະຕິບັດຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງເລື່ອງເປີດໄລຍະທີ 2 ຂອງຂໍ້ຕົກລົງ. ເຈົ້າໜ້າທີ່ອະວຸໂສຂອງ ຮາມາສ ກໍ່ໃຫ້ຮູ້ວ່າ ຄຳຮຽກຮ້ອງຂອງຂະບວນການນີ້ ສຳລັບໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ ລວມມີເລື່ອງ ອິດສະຣາແອັນ ຖອດທະຫານທັງໝົດອອກຈາກເຂດ ກາຊາ, ຢຸດຕິຄຳສັ່ງປິດລ້ອມ, ສ້າງສາເຂດດິນແດນນີ້ຄືນໃໝ່ ອີງຕາມຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ອາຣັບ ວິສາມັນ ຈັດຂຶ້ນເມື່ອວັນທີ 4 ມີນາຜ່ານມາຢູ່ ອີຢີບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.