ຂ່າວເດັ່ນ

ຂະ​ບວນ​ການ ຮາ​ມາດ​ສ​ ມີ​ຄວາມ​ສ່ຽງ​ບໍ່ມອບ​ສົ່ງ​ຕົວ​ປະ​ກັນ​ຢ່າງ​ຄົບ​ຖ້ວນ​ຕາມ​ຄຳ​ໝັ້ນ​ສັນ​ຍາ

ຂະ​ບວນ​ການ ຮາ​ມາດ​ສ​ ມີ​ຄວາມ​ສ່ຽງ​ບໍ່ມອບ​ສົ່ງ​ຕົວ​ປະ​ກັນ​ຢ່າງ​ຄົບ​ຖ້ວນ​ຕາມ​ຄຳ​ໝັ້ນ​ສັນ​ຍາ

(VOVWORLD) - ວົງການນັກໄຈ້ແຍກສະແດງຄວາມວິຕົກກັງວົນວ່າ ເລື່ອງ ຮາມາດສ ມອບສົ່ງສົບຕົວປະກັນໃຫ້ແກ່ຝ່າຍ ອິດສະລາແອັນ ອາດສາມາດພາໄປເຖິງຜົນຕາມມາທີ່ສັບສົນ, ພິເສດມີຄວາມສ່ຽງຈະເກີດການປະທະກັນຄືນໃໝ່.

ພາບປະກອບ: THX/TTXV

ຕອນບ່າຍວັນທີ 15 ຕຸລາ, ຂະບວນການ ອິດສະລາມ ຮາມາດສ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ກຸ່ມນີ້ໄດ້ມອບສົ່ງຕົວປະກັນທີ່ເສຍຊີວິດທັງໝົດໃຫ້ແກ່ຝ່າຍ ອິດສະລາແອັນ  ຕາມຄວາມສາມາດທີ່ເປັນໄປໄດ້. ເປັນອັນວ່າ, ໄລ່ຮອດຕອນຄ່ຳວັນທີ 15 ຕຸລາ, ຮາມາດສ ພຽງແຕ່ມອບສົ່ງ 9 ໃນຈຳນວນ 28 ຕົວປະກັນທີ່ເສຍຊີວິດໃຫ້ແກ່ຝ່າຍ ອິດສະລາແອັນເທົ່ານັ້ນ. ວົງການນັກໄຈ້ແຍກສະແດງຄວາມວິຕົກກັງວົນວ່າ ເລື່ອງ ຮາມາດສ ມອບສົ່ງສົບຕົວປະກັນໃຫ້ແກ່ຝ່າຍ ອິດສະລາແອັນ ອາດສາມາດພາໄປເຖິງຜົນຕາມມາທີ່ສັບສົນ, ພິເສດມີຄວາມສ່ຽງຈະເກີດການປະທະກັນຄືນໃໝ່. ຄວາມວິຕົກກັງວົນນີ້ ຍິ່ງມີພື້ນຖານ ເມື່ອວັນທີ 15 ຕຸລາ, ຫ້ອງວ່າການກະຊວງປ້ອງກັນປະເທດ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານ Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ສັ່ງໃຫ້ກອງທັບປະເທດນີ້ ກະກຽມແຜນການຮອບດ້ານເພື່ອຕີ ຮາມາດສ ຢູ່ເຂດກາຊາ ໃຫ້ປະລາໄຊ, ໃນກໍລະນີເກີດສົງຄາມຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.