ຂ່າວເດັ່ນ

ຂະ​ແໜງ​ຜະ​ລິດ​ຟື້ນ​​ຕົວ​ໃນ​ເດືອນ​ພຶດ​ສະ​ພາ

ຂະ​ແໜງ​ຜະ​ລິດ​ຟື້ນ​​ຕົວ​ໃນ​ເດືອນ​ພຶດ​ສະ​ພາ

(VOVWORLD) - ຕາມທ່ານ Andrew Harker ຜູ້ອຳນວຍການຝ່າຍເສດຖະກິດແລ້ວ, ຂ່າວຄາວກ່ຽວກັບພາສີອາກອນສືບຕໍ່ສວມບົດບາດສຳຄັນໃນການກຳນົດທ່າອ່ຽງຂອງຂະແໜງຜະລິດ ຫວຽດນາມ.

ພາບປະກອບ: TTXVN

ພາຍຫຼັງຫຼຸດລົງຢ່າງແຮງໃນເດືອນເມສາ ຍ້ອນຜົນກະທົບຈາກນະໂຍບາຍພາສີອາກອນຂອງ ອາເມລິກາ, ຂະແໜງຜະລິດຂອງ ຫວຽດນາມ ມີການຟື້ນຕົວ ໃນເດືອນພຶດສະພາ. ຕາມດັດຊະນີ ຜູ້ບໍລິຫານສັ່ງຊື້ສິນຄ້າ (PMI) ຂະແໜງຜະລິດຫວຽດນາມ ຂອງ S& P Global ປະກາດໃນວັນທີ 2 ມິຖຸນາ, ບັນດາເງື່ອນໄຂດຳເນີນທຸລະກິດຂອງຂະແໜງຜະລິດຫວຽດນາມ ເກືອບເປັນປົກກະຕິ.ການສຳຫຼວດ S& P Global ໃຫ້ຮູ້ວ່າ ດັດຊະນີ PMI ເພີ່ມຂຶ້ນ 49,8 ຄະແນນ ເມື່ອທຽບໃສ່ກັບ 45,6 ຄະແນນຄືນເດືອນເມສາ. ຕາມທ່ານ Andrew Harker ຜູ້ອຳນວຍການຝ່າຍເສດຖະກິດແລ້ວ, ຂ່າວຄາວກ່ຽວກັບພາສີອາກອນສືບຕໍ່ສວມບົດບາດສຳຄັນໃນການກຳນົດທ່າອ່ຽງຂອງຂະແໜງຜະລິດ ຫວຽດນາມ. ເດືອນພຶດສະພາ ພວກເຮົາໄດ້ເຫັນສະພາບການເສດຖະກິດທີ່ມີສະຖຽນລະພາບກ່ວາກ່ຽວກັບບັນດານະໂຍບາຍພາສີອາກອນຂອງ ອາເມລິກາ ເມື່ອທຽບໃສ່ກັບເດືອນເມສາ, ຈາກນັ້ນເຮັດໃຫ້ສະມັດຕະພາບເພີ່ມຂຶ້ນຄືນໃໝ່ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນການດຳເນີນທຸລະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.