ຂ່າວເດັ່ນ

ຄະ​ນະ​ກຳ​ມະ​ການ​ເອີ​ລົບ ປະ​ກາດ​ລະ​ອຽດ​ບ້ວ​ງ​ເງິນ​ກູ້​ຢຶມ 90 ຕື້​ Euro ໜູນ​ຊ່ວຍ​ຢູ​ແກຼນ

ຄະ​ນະ​ກຳ​ມະ​ການ​ເອີ​ລົບ ປະ​ກາດ​ລະ​ອຽດ​ບ້ວ​ງ​ເງິນ​ກູ້​ຢຶມ 90 ຕື້​ Euro ໜູນ​ຊ່ວຍ​ຢູ​ແກຼນ

(VOVWORLD) - ນອກຈາກການໜູນຊ່ວຍງົບປະມານ, ບ້ວງເງິນໜູນຊ່ວຍຍັງສ້າງເງື່ອນໄຂເພື່ອໃຫ້ ກີແອັບ ສ້ອມແປງບັນດາພື້ນຖານໂຄງລ່າງພະລັງງານ ແລະ ຄົມມະນາຄົມທີ່ຖືກທຳລາຍ.

ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (ພາບ: REUTERS/Omar Havana )

ວັນທີ 14 ມັງກອນ, ຄະນະກຳມະການເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ບັນດາວິທິການ ແລະ ເງື່ອນໄຂຜັນຂະຫຍາຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 90 ຕື້ Euro (105 ຕື້ USD) ສະຫງວນໃຫ້ແກ່ຢູແກຼນ ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມດ້ານການເງິນໃຫຍ່ທີ່ສຸດຂອງ ສະຫະພາບ ເອີລົບ (EU) ເພື່ອແນໃສ່ຮັກສາສະຖຽນລະພາບຂອງ ຢູແກຼນ ໃນສະພາບການທີ່ການປະທະກັນໄດ້ແກ່ຍາວ ແລະ ຄວາມກົດດັນ ດ້ານເສດຖະກິດເພີ່ມຂຶ້ນ. ນອກຈາກການໜູນຊ່ວຍງົບປະມານ, ບ້ວງເງິນໜູນຊ່ວຍຍັງສ້າງເງື່ອນໄຂເພື່ອໃຫ້ ກີແອັບ ສ້ອມແປງບັນດາພື້ນຖານໂຄງລ່າງພະລັງງານ ແລະ ຄົມມະນາຄົມທີ່ຖືກທຳລາຍ, ພ້ອມທັງປະກອບສ່ວນຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ ໃຫ້ແກ່ ຢູແກຼນ, ພິເສດໃນສະພາບການປະເທດນີ້ພວມກະກຽມບັນດາບາດກ້າວຕໍ່ໄປເພື່ອມຸ່ງໄປເຖິງການຂໍເຂົ້າເປັນສະມາຊິກ ສະຫະພາບ ເອີລົບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.