ຂ່າວເດັ່ນ

ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ຂໍ້​ຕົກ​ລົງ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ເຫຼັກ​ກ້າ​ຂຶ້ນ​ທົບ 2 ເທົ່າ

ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ຂໍ້​ຕົກ​ລົງ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ເຫຼັກ​ກ້າ​ຂຶ້ນ​ທົບ 2 ເທົ່າ

(VOVWORLD) - ວັນທີ 31 ພຶດສະພາ, ຄະນະກຳມະການເອີຣົບ (EC) ໄດ້ມີປະຕິກິລິຍາຕໍ່ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບການເພີ່ມອັດຕາພາສີນຳເຂົ້າເຫຼັກກ້າຂຶ້ນທົບ 2 ເທົ່າ ຈາກ 25% ຂຶ້ນເປັນ 50%, ພ້ອມທັງໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ໄດ້ກຽມພ້ອມໝູນໃຊ້ບັນດາມາດຕະການໂຕ້ຕອບ.

 ໃນແຈ້ງການສົ່ງທາງອີເມວ, ໂຄສົກ EC ເນັ້ນໜັກວ່າ: “ພວກຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຕໍ່ເລື່ອງ ອາເມລິກາ ແຈ້ງເພີ່ມອັດຕາພາສີສຳລັບເຫຼັກກ້ານຳເຂົ້າຈາກ 25% ຂຶ້ນເປັນ 50%”. ແຈ້ງການກໍມີຕອນຂຽນວ່າ ຂໍ້ຕົກລົງຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ເຮັດໃຫ້ເພີ່ມຄວາມຂາດສະຖຽນລະພາບແກ່ພື້ນຖານເສດຖະກິດທົ່ວໂລກ ແລະ ເພີ່ມຄ່າໃຊ້ຈ່າຍສຳລັບຜູ້ບໍລິໂພກ ກໍຄືວິສາຫະກິດຢູ່ທັງສອງຝັ່ງ ອັດລັງຕິກ. ໄປຄຽງຄູ່ກັນນັ້ນ, EC ກ່າວເຕືອນວ່າ “ເລື່ອງເພີ່ມອັດຕາພາສີກໍເຮັດໃຫ້ຄວາມມານະພະຍາຍາມໃນປັດຈຸບັນເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂຜ່ານການເຈລະຈາ ຖືກຊຸດໂຊມລົງ”.

ກ່ອນໜ້ານັ້ນ, ວັນທີ 30 ພຶດສະພາ ເມື່ອກ່າວຄຳເຫັນໃນໂຮງງານຂອງ US Steel  ຢູ່ ລັດ Pennsylvania, ທ່ານປະທານາທິບໍດີ Donald Trump  ໃຫ້ຮູ້ວ່າ ທ່ານຈະເພີ່ມອັດຕາພາສີນຳເຂົ້າເຫຼັກກ້າຂຶ້ນເປັນ 50%.  

This site is protected by reCAPTCHA and the Google Privacy Policy and Terms of Service apply.