ຂ່າວເດັ່ນ

ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ປະ​ຕິ​ເສດ​ບັນ​ດາ​ຄຳ​ຮ້ຽກ​ຮ້ອງ​ໂຈະ​ກົດ​ໝາຍ​ປັນ​ຍາ​ປະ​ດິດ​ໄວ້​ຊົ່ວ​ຄາວ

ຄະ​ນະ​ກຳ​ມະ​ການ​ເອີ​ຣົບ ປະ​ຕິ​ເສດ​ບັນ​ດາ​ຄຳ​ຮ້ຽກ​ຮ້ອງ​ໂຈະ​ກົດ​ໝາຍ​ປັນ​ຍາ​ປະ​ດິດ​ໄວ້​ຊົ່ວ​ຄາວ

(VOVWORLD) - “ຈະບໍ່ມີຄຳສັ່ງລວມໂຈະການປະຕິບັດກົດໝາຍ AI ໄວ້ຊົ່ວຄາວ. ສິ່ງດັ່ງກ່າວ ບໍ່ຢູ່ໃນໂຕະເຈລະຈາ. ພວກຂ້າພະເຈົ້າພວມສຸມໃສ່ເລື່ອງເຮັດໃຫ້ບັນດາຫຼັກການເຂົ້າເຄື່ອນໄຫວໃນຕົວຈິງ”.

(ພາບປະກອບ: REUTERS/Dado Ruvic)

ວັນທີ 22 ກັນຍາ, ຄະນະກຳມະການເອີຣົບ ໄດ້ແຈ້ງໃຫ້ຊາບວ່າ ຈະບໍ່ພິຈາລະຈາການໂຈະໄລຍະປະຕິບັດຂອງກົດໝາຍວ່າດ້ວຍປັນຍາປະດິດ (AI), ໂດຍບໍ່ຫົວຊາຕໍ່ກະແສຮຽກຮ້ອງທີ່ນັບມື້ນັບເພີ່ມຂຶ້ນຫວ່າງມໍ່ໆມານີ້ກ່ຽວກັບວຽກງານນີ້. ໃນວາລະອະຟິປາຍຢູ່ລັດຖະສະພາ, ທ່ານ Yvo Volman, ຫົວໜ້າຝ່າຍຮັບຜິດຊອບຂໍ້ມູນຂ່າວສານຢູ່ຄະນະກຳມະການເອີຣົບ, ໃຫ້ຮູ້ວ່າ: “ຈະບໍ່ມີຄຳສັ່ງລວມໂຈະການປະຕິບັດກົດໝາຍ AI ໄວ້ຊົ່ວຄາວ. ສິ່ງດັ່ງກ່າວ ບໍ່ຢູ່ໃນໂຕະເຈລະຈາ. ພວກຂ້າພະເຈົ້າພວມສຸມໃສ່ເລື່ອງເຮັດໃຫ້ບັນດາຫຼັກການເຂົ້າເຄື່ອນໄຫວໃນຕົວຈິງ”.

ອາທິດກ່ອນ, ທ່ານ Mario Draghi ນາຍົກລັດຖະມົນຕີ ອີຕາລີ ຖະແຫຼງວ່າ ຄະນະກຳມະການເອີຣົບ ຄວນພິຈາລະນາເລື່ອງໂຈະກົດໝາຍວ່າດ້ວຍ AI ໄວ້ຊົ່ວຄາວ ຍ້ອນບັນດາຄວາມສ່ຽງທີ່ຍັງບໍ່ທັນກຳນົດໄດ້ເທື່ອ.

ໃນການກະທຳໜຶ່ງທີ່ກ່ຽວຂ້ອງ, ທ່ານ Yvo Volman ໃຫ້ຮູ້ວ່າ ຄາດວ່າ ໂຄງການຫັນເຕັກນິກດີຈີຕອນເປັນງ່າຍດາຍຂອງຄະນະກຳມະການ ຈະໄດ້ເປີດຕົວໃນເດືອນທັນວານັ້ນ ກໍຈະບໍ່ລວມມີການປັບປຸງກົດໝາຍວ່າດ້ວຍ AI.


This site is protected by reCAPTCHA and the Google Privacy Policy and Terms of Service apply.