ຂ່າວເດັ່ນ

ຄະ​ນະ​ກຳ​ມະ​ການ Paralympic ສາ​ກົນ ຟື້ນ​ຟູ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ລັດ​ເຊຍ ແລະ ເບ​ລາ​ຣຸດ

ຄະ​ນະ​ກຳ​ມະ​ການ Paralympic ສາ​ກົນ ຟື້ນ​ຟູ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ລັດ​ເຊຍ ແລະ ເບ​ລາ​ຣຸດ

(VOVWORLD) - ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.

(ພາບປະກອບ: Reuters )

     ວັນທີ 27 ກັນຍາ, ສື່ມວນຊົນ ລັດເຊຍ ໃຫ້ຮູ້ວ່າ: ພາຍຫຼັງໄດ້ປ່ອນບັດ 2 ຄັ້ງຢູ່ສະມັດຊາໃຫ່ຍຄະນະກຳມະການ Paralympic ສາກົນ (IPC)  ຈັດຂຶ້ນຢູ່ ເຊີອູນ, ສ.ເກົາຫຼີ, IPC ໄດ້ຟື້ນຟູຖານະເປັນສະມາຊິກຂອງຄະນະກຳມະການ Paralympic ລັດເຊຍ (RPC)  ແລະ ຄະນະກຳມະການ Paralympic ເບລາຣຸດ.

   ຕາມທ່ານ Pavel Rozhkov, ປະທານ RPC,  IPC ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງເລື່ອງປົກປ້ອງສິດຜົນປະໂຫຍດຂອງບັນດານັກກິລາສຳລັບອົງການຈັດຕັ້ງນີ້. ທ່ານ Rozhkov ເນັ້ນໜັກວ່າ, ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.

   ດ້ວຍຂໍ້ຕົກລົງຂອງ IPC, ບັນດານັກກິລາ Paralympic ລັດເຊຍ ສາມາດນຳເອົາທຸງຊາດ, ເພງຊາດ ພ້ອມດ້ວຍບັນດາສັນຍາລັກແຫ່ງຊາດອື່ນໆຂອງ ລັດເຊຍ ເພື່ອເຂົ້າງານມະຫາກຳກິລາ Paralympic ແລະ ບັນດາງານແຂ່ງຂັນກິລາອື່ນໂດຍ IPC ຄຸ້ມຄອງ. ຕາມແຜນການ, ງານມະຫາກຳກິລາ Paralympic 2026 ຈະຖືກຈັດຂຶ້ນຢູ່ ອີຕາລີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.